ຊາວຫວຽດນາມຢູ່ຕ່າງປະເທດ,ເພື່ອນມິດສາກົນສະໜັບສະໜູນຫວຽດນາມປົກປັກຮັກສາອະທິປະໄຕຢູ່ທະເລຕາເວັນອອກ

ຊາວຫວຽດນາມຢູ່ຕ່າງປະເທດ,ເພື່ອນມິດສາກົນສະໜັບສະໜູນຫວຽດນາມປົກປັກຮັກສາອະທິປະໄຕຢູ່ທະເລຕາເວັນອອກ - ảnh 1
ປະຊາຄົມຊາວ ຫວຽດນາມຢູ່ ຝຣັ່ງ ຈັດຕັ້ງການເດີນຂະບວນຄັດຄ້ານການກະທຳຂອງ ຈີນ
(ພາບ:dantri.com.vn)

(vovworld) – ມີ​ຊາວ ຫວຽດນາມ​ ທຸກ​ຊັ້ນຄົນປະມານ 1.000 ຄົນຢູ່​ ຝຣັ່ງ ​ໄດ້​ເຂົ້າ​ຮ່ວມ​ການ​​ເດີນ​ຂະ​ບວນສັນຕິພາບ ​ໃນ​ວັນ​ທີ 16/5 ຢູ່​ສະໜາມ​ຫຼວງ Trocaderp ຂອງ​ນະຄອນຫຼວງ ປາຣີ, ປະ​ເທດ ຝຣັ່ງ​ ​ເພື່ອ​ຄັດຄ້ານ​ການ​ກະທຳ​ຂອງ ຈີນ ຕັ້ງ​ຮ້າຍ​ເຈາະ​ນ້ຳມັນ​ໄຮ​ຢາງ - 981​ ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ.

    ມີໜ້າ​​ໃນ​ການ​ເດີນ​ຂະ​ບວນ, ນອກຈາກພໍ່​ແມ່​ພີ່ນ້ອງ​ຊາວ ຫວຽດນາມ ຍັງ​ມີ​ເພື່ອນ ຝຣັ່ງ ທີ່​ໄດ້​ຮຽງບ່າ​ຮຽງ​ໄຫຼ່​ກັບ ຫວຽດນາມ ​ໃນ​ສີ​ບໆ​​ປີຜ່ານມາ ​ໃນ​ການ​ຕໍ່ສູ້ຍາ​ດ​ເອົາ​ເອກະລາດ​​ແຫ່ງຊາ​ດ. ທ່ານ Michel Strahiescu, ​ເຄີຍ​ເປັນ​ຜູ້​ຂັບ​ລົດ​ໃຫ້​ທ່ານ​ນາງ ຫງວຽນ​ທິບີ່​ງ ​ໄລຍະ​ຕໍ່​ສູ້​ທາງ​​ການ​ທູດ​ເຊັນ​ສັນຍາ ​ປາຣີ, ​ໃຫ້​ຮູ້​ວ່າ:

    “ຂ້າພະ​ເຈົ້າ​ສືບ​ຕໍ່​ສະໜັບສະໜູນ ຫວຽດນາມ ຍ້ອນ​ວ່າ​ສຳລັບ​ຂ້າພະ​ເຈົ້າ, ຫວຽດນາມ ​ແມ່ນ​ປະ​ເທດ​ດີງາມ, ​ແມ່ນ​ແບບຢ່າງ​ຂອງ​ທົ່ວ​ໂລກ​ກ່ຽວ​ກັບ​ຈິດ​ໃຈ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຕົນ. ​ເຂດ​ນ່ານທະ​ເລ, ໝູ່​ເກາະ ຮ່ວາງ​ຊາ ຂຶ້ນ​ກັບ​ອະທິປະ​ໄຕ ຜືນ​ແຜ່ນ​ດິນ​ຂອງ ຫວຽດນາມ, ນັ້ນ​ແມ່ນ​ສິ່ງ​ບໍ່​ສາມາດ​ຖົກ​ຖຽງ​ໄດ້​. ຈີນ ບໍ່​ມີ​ສິດລ່ວງ​ລ້ຳ, ບໍ່​ມີ​ສິດ​ນຳ​ຮ້ານ​ເຈາະ​ນ້ຳມັນ​ຕັ້ງ​ຢູ່​ຫັ້ນ.”

    ​ໃນ​ຂະນະ​ນັ້ນ, ປະຊາ​ຄົມ ຊາວ​ຫວຽດນາມ ຢູ່ ອາ​ເມ​ລິ​ກາ ກໍ່​ໄດ້​ກະກຽມ​ໃຫ້​ບັນດາ​ການ​ເດີນ​ຂະ​ບວນ ​ແລະ ​ເກັບ​ກຳ​ລາຍ​ເຊັນ​ເພື່ອ​ຝາກ​ເຖິງ​ລັດຖະບານ, ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ແລະ ບັນດາ​ອົງການ​ສາກົນ​ເພື່ອ​ບັງຄັບ​ໃຫ້ ຈີນ ຢຸດຕິ​ການ​ກະທຳ​ຜິດ​​ນີ້. ທ່ານ David ຮຸຍ​ໂຮ່, ປະ​ທານ​ສະມາຄົມ​ນັກທຸລະກິດຊາວ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ເນັ້ນ​ໜັກ​ວ່າ:

    “​ຕາບໃດ ຈີນ ຍັງ​ຕັ້ງ​ຮ້າ​ນ​ເຈາະ​ນ້ຳມັນ​ຢູ່​​ຢູ່​ເຂດ​ນ່ານທະ​ເລ ຫວຽດນາມ ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຍັງ​​ຄົງແຫ່​ຂະ​ບວນປະ​ທ້ວງ. ທຳ​ອິດ​ຈະ​ແມ່ນ​ປະຊາ​ຄົມ​ຊາວ ຫວຽດນາມ ​ເຂົ້າ​ຮ່ວມ, ຫຼັງ​ຈາກ​ນັ້ນ​ຈະ​ດຶງ​ດູດ​ເພື່ອນ​ມິດສາ​ກົນ​ເຂົ້າ​ຮ່ວມ. ຫວັງ​ວ່າ, ການ​ແຫ່​ຂະ​ບວນປະ​ທ້ວງ​ແຕ່ລະ​ເທື່ອ​ຈະ​ມີ​ຫຼາຍ​ປະ​ເທດ ​ແລະ ຄົນ​ເຂົ້າ​ຮ່ວມຫຼາຍ​​ກ່ວາ​ອີກ, ​ເພື່ອ​ໃຫ້​ທຸກ​ຄົນ ​ແລະ ຈີນ ຮູ້​ວ່າ ​ໂລກ​ສະໜັບສະໜູນ ຫວຽດນາມ, ປາ​ຊາ​ຄົມ​ບັນດາ​ປະຊາຊາດ​​ໃນ​ໂລກ​ສະໜັບສະໜູນ ຫວຽດນາມ.”




ຂ່າວ/ບົດ​ອື່ນ