ຊາວຫວຽດນາມຢູ່ພາຍໃນ ແລະຕ່າງປະເທດຄັດຄ້ານ ການກະທຳຜິດພາດ ຂອງຈີນຢູ່ທະເລຕາເວັນອອກ

ຊາວຫວຽດນາມຢູ່ພາຍໃນ ແລະຕ່າງປະເທດຄັດຄ້ານ ການກະທຳຜິດພາດ ຂອງຈີນຢູ່ທະເລຕາເວັນອອກ - ảnh 1
ພາບປະກອບ

ປະຊາຊົນ​ຫວຽດນາມ​ທຸກ​ຊັ້ນຄົນ​ກ່າວ​ປະນາມ​ການ​ກະທຳ​ທີ່​ຜິດພາດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​

(vovworld) –ວັນ​ທີ 20/5, ຜູ້​ແທນ​ກ່ວາ 120 ຄົນ​ຊື່​ງ​ແມ່ນ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ສູງ​ໃນ​ບັນດາ​ຊົນ​ເຜົ່າ, ສາສະໜາ, ບັນດາ​ຜູ້​ສົ່ງ​ຄຸນ​ວຸດ​ທິ, ນັກ​ປັນຍາ​ຊົນ​ທີ່​ຕາງໜ້າ​ໃຫ້ ຜູ້​ມີ​ຍົດ​ຖາ​ບັນດາສັກສາສະໜາ, ຊົນ​ເຜົ່າ, ຜູ້​ສົ່ງ​ຄຸນ​ວຸດ​ທິ, ນັກ​ປັນຍາ​ຊົນ​​ແຂວງ​ອານ​ຢາງ ​ນັບ​ພັນໆ​ຄົນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ໂຄສະນາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ ອອກ, ຄັດຄ້ານ​ເລື່ອງ​ຈີ​ນ ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ຢ່າງ​ຜິດ​ກົດໝາຍ ໃນ​ເຂດ​ເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ. ຜູ້​ມີ​ຍົດ​ຖາ​ບັນດາສັກສາສະໜາ, ຊົນ​ເຜົ່າ, ບັນດາ​ຜູ້​ສົ່ງ​ຄຸນ​ວຸດ​ທິ, ນັກ​ປັນຍາ​ຊົນມີ​ຄວາມ​ເຊື່ອ​ໝັ້ນຕໍ່​ການ​ນຳພາ​ຂອງ​ພັກ, ລັດ; ຮຽກຮ້ອງ​ປະຊາຊົນ​ທຸກ​ຊັ້ນຄົນ​ຈົ່ງ​ຕັ້ງໜ້າ​ຕໍ່ສູ້ ກ່າວ​ປະນາມ​ການ​ ກະທຳ​ທີ່​ຜິດພາດ​ຂອງ​ຈີນ ​ແຕ່​ຕ້ອງ​ມີ​ສະຕິ​ສອ່ງ​ໃສ, ບໍ່​ໃຫ້​ຄົນ​ບໍ່​ດີ​ສວຍ​ໂອກາດ, ກະຕຸກ​ຊຸກຍູ້, ຍຸ້​ແຍ່​ແກ່​ດຶງ; ຕ້ອງສາມັກ​ຄີກັນ​ເປັນ​ຈິດໜຶ່ງໃຈ​ດຽວ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ. ສະມາ​ພັນ​ອາຊີບ​ຫາ​ປາ​ນິງທ້ວນ ​ໄດ້​ຈັດ​ງານ​ຊຸມນຸມ​ມິ​ຕິງ, ຄັດຄ້ານ​ເລື່ອງ​ຈີ​ນ ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ຢ່າງ​ຜິດ​ກົດໝາຍ ໃນ​ເຂດ​ເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ ຊື່ງ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ສະມາຊິກ, ຊາວ​ປະມົງ ​ແລະ ປະຊາຊົນ​ນັບ​ຮ້ອຍ​ຄົນ.

    ວັນ​ທີ 20/5, ສະມາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເຊັກ ​ໄດ້ອອກ​ຖະ​ແຫຼ​ງການ​ຄັດຄ້ານ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​​ໄຮ​ຢາງ - 981 ຜິດ​ກົດໝາຍ ​ໃນ​​ເຂດ​ເສດຖະກິດ​ຜູກຂາດ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ຖະ​ແຫຼ​ງການ​ຊີ້​ແຈ້ງການ​ເຄື່ອນ​ໄຫວ​ຂອງ ຈີນ ລະ​ເມີດ​ສິດ​ອະທິປະ​ໄຕ ​ແລະ ສິດ​ອຳ​ນາກສານ​ສຳລັບ​ບັນດາ​ເຂດ​ເສດຖະກິດ​ຜູກຂາດ ​ແລະ ​ເຂດ​ໄຫຼ່​ທະວີ​ບຂອງ ຫວຽດນາມ, ລະ​ເມີດກົດໝາຍ​ສາກົນ ​ແລະ ທຳນຽ​ມສາກົນ, ​ໄປ​ຝືນ​ກັບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ເຊິ່ງ ຈີນ ​ໄດ້​ລົງ​ນາມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ. ການ​ເຄື່ອນ​ໄຫວ​ນີ້​ສົ່ງ​ຜົນ​ສະທ້ອນ​ທີ່​ບໍ່​ດີ​​ເຖິງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ກໍ່​ຄື​ສົ່ງ​ຜົນ​ສະທ້ອນ​​ເຖິງສະຖຽນ​ລະ​ພາບ ​ແລະ ​ເສລີພາບ​ໃນ​ການ​ເດີນທະ​ເລ.

    ປະຊາຊົນ ຫວຽດນາມ ພວມ​ດຳລົງ​ຊີວິດ, ທຳ​ມາ​ຫາ​ກິນ ຢູ່​ ​ໂອ​ຕຣິດ ນັບ​ຮ້ອຍ​ຄົນ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ຢູ່​ຕໍ່ໜ້າ​ສະຖານ​ທູດ ຈີນ ປະຈຳ​ນະຄອນຫຼວງ ວຽນ, ຄັດຄ້ານ​ການ​ກະທຳ​ຂອງ ຈີນ, ຮຽກຮ້ອງ​ໃຫ້ ຈີນ ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ເສດຖະກິດ​ຜູກຂາດ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໂດຍ​ໄວ.


ຂ່າວ/ບົດ​ອື່ນ