ຊາວຫວຽດນາມຢູ່ສ.ເຊັກໂກສົ່ງຈົດໝາຍຄັດຄ້ານເຖິງເອກອັກຄະລັດຖະທູດຈີນ

ຊາວຫວຽດນາມຢູ່ສ.ເຊັກໂກສົ່ງຈົດໝາຍຄັດຄ້ານເຖິງເອກອັກຄະລັດຖະທູດຈີນ - ảnh 1
ການແຫ່ຂະບວນປະທ້ວງຢູ່ຕໍ່ໜ້າສະຖານທູດ ຈີນ ປະຈຳ Praha
(ພາບ: Ngọc Mai/Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 29/4, ກ່ວາ 400 ຄົນ​ເຊິ່ງ​ແມ່ນ​ຜູ້ຕາງໜ້າ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ. ​ເຊັກ​ໂກ ລວມມີ 65.000 ຄົນ​ ​ໄດ້​​ແຫ່​ຂະ​ບວນປະ​ທ້ວງ​ຕໍ່ໜ້າ​ສະຖານທູດ ຈີນ ປະຈຳ Praha ​ເພ​ື່ອສົ່ງ​ຈົດໝາ​ຍຄັດຄ້ານ​ເລື່ອງ ຈີນ ຍູ້​ແຮງ​ການ​​ເຄື່ອນ​ໄຫວ​ດ້ານການ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

      ຈົດໝາຍ​ຄັດຄ້ານ​ມີ 5 ຂໍ້​ສົ່ງ​ເຖິງ​​ເອກ​ອັກຄະ​ລັດຖະທູ​ດ ຈີນ ປະຈຳ ສ. ​ເຊັກ​ໂກ, ຮຽກຮ້ອງ​​ໃຫ້ ຈີນ ຢຸດຕິ​ບັນດາ​ການ​ບູລະນະ​ເກາະ​ທຽມ ​ແລະ ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ຈີນ​ບໍ່​ຄວນ​ນາບ​ຂູ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບໍ່ຄວນ​ນາບ​ຂູ່​ປະຊາຊົນ ຫວຽດນາມ. ຈີນ ຖອນ​ອອກ​ຈາກ​ບັນດາ​ເກາະ​ທີ່ຢຶດຄອງ​ຢ່າງ​ຜິດ​ກົດໝາຍ​ຢູ່ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ຈີນ ​ຍົກ​ເລີກ​ການ​ອ້າງ​ເອົາ​ສິດ​ອະທິປະ​ໄຕ​ສຳລັບ​ເສັ້ນລີ້ນ​ງົວ 9 ຕອນ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ​ກ່ຽວ​ກັບ​ທະ​ເລ. ຈີນ ຕ້ອງ​ເຄົາລົບ​ອະທິປະ​ໄຕ​, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ ຫວຽດນາມ​ ​ແລະ ມີ​ການ​ປະພຶດ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັບປະກັນ​ສັນຕິ​ພາບ, ສະຖຽນລະ​ພາບ​ໃນ​ພາກ​ພື້ນ. ທ່ານ ​ເຢືອງດິ່ງ​ຕູ່​ຍ, ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ, ​ໃຫ້​ຮູ້​ວ່າ:

      “​​ໃນສານ​ຂອງ​ການ​ແຫ່​ຂະ​ບວນປະ​ທ້ວງ, ພວກ​ເຮົາ​ໄດ້​ຊີ້​ແຈ້ງວ່າ: ດ້ວຍ​ມູນ​ເຊື້ອ​ຂອງ​ຊາດ ຫວຽດນາມ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ປະ​ເທດ​ຊາດ, ນັ້ນ​ແມ່ນ​ ຊາວ ຫວຽດນາມ ​ເຖິງ​ວ່າ​ດຳລົງ​ຊີວິດ​ຢູ່ບ່ອນ​ໃດ​ກໍ່​ລ້ວນ​ແຕ່​ອວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ. ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ເອກະລາດ, ອະທິປະ​ໄຕ.”


ຂ່າວ/ບົດ​ອື່ນ