ຊາວຫວຽດນາມຢູ່ເຂດເກີດເຊື້ອພະຍາດຂອງສ.ເກົາຫຼີຍັງສືບຕໍ່ເຮັດວຽກເປັນປົກກະຕິ

(VOVWORLD) -ຊາວຫວຽດນາມ ຢູ່ຍີ່ປຸ່ນ, ສ.ເກົາຫຼີ, ນັບທັງຢູ່ 2 ເຂດເກີດໂລກລະບາດຂອງສ.ເກົາຫຼີ ແມ່ນນະຄອນ Daegu ແລະ ແຂວງ Gyeongbuk, ຍັງສືບຕໍ່ເຮັດວຽກເປັນປົກກະຕິ.
ຊາວຫວຽດນາມຢູ່ເຂດເກີດເຊື້ອພະຍາດຂອງສ.ເກົາຫຼີຍັງສືບຕໍ່ເຮັດວຽກເປັນປົກກະຕິ - ảnh 1 (ພາບປະກອບ: Yonhap)

ທ່ານ ດັ້ງຊີ້ຢຸງ, ຮອງຫົວໜ້າກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໃຫ້ຮູ້ວ່າ.

          “ພວກຂ້າພະເຈົ້າໄດ້ກ່າວເຕືອນແຮງງານຕ້ອງທຸ່ນທ່ຽງໃຈເຮັດວຽກ ແລະ ເຄົາລົບບັນດາຂໍ້ກຳນົດຂອງອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ, ລວມມີ: ຮັບປະກັນອະນາໄມ, ບໍ່ໄປມາຫຼາຍ, ບໍ່ໄປເຖິງບ່ອນມີຫຼາຍຄົນ. ສຳລັບບັນດາຜູ້ອອກແຮງງານທີ່ໝົດກຳນົດສັນຍາເຮັດວຽກກັບເມືອປະເທດ ກໍຄືບັນດາຜູ້ອອກແຮງງານກັບເມືອປະເທດໃນກໍລະນີທີ່ຈຳເປັນອື່ນ ຕ້ອງເຄົາລົບບັນດາຂໍ້ກຳນົດກ່ຽວກັບການແຍກຕົວ ກໍຄືການຕິດຕາມດ້ານສຸຂະພາບອົງການສາທາລະນະສຸກຫວຽດນາມ.”

          ກ່ຽວຂ້ອງເຖິງສະພາບການໂລກລະບາດ Covid-19, ອົງການຄຸ້ມຄອງ ແລະ ປ້ອງກັນ, ຄວບຄຸມໂລກລະບາດ ສ.ເກົາຫຼີ ໄດ້ຢັ້ງຢືນກັບສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ວ່າ ໃນກໍລະນີມີຊາວຫວຽດນາມ ຢູ່ນະຄອນ Daegu ຕິດເຊື້ອພະຍາດ SARS-CoV-2. ຕາມລະບຽບການສາທາລະນະສຸກສາກົນ (IHR) ແລ້ວ, ອົງການນີ້ຕ້ອງໄດ້ສົ່ງຂໍ້ມູນຂອງກໍລະນີດັ່ງກ່າວໃຫ້ກະຊວງສາທາລະນະສຸກຫວຽດນາມ.

          ກ່ອນໜ້ານັ້ນ, ລັດຖະບານສ.ເກົາຫຼີ ໃຫ້ຮູ້ວ່າ, ຈະປິ່ນປົວໃຫ້ພົນລະເມືອງຫວຽດນາມ ຢູ່ປະເທດນີ້ໂດຍບໍ່ເສຍຄ່າ ຖ້າມີກໍລະນີຕິດເຊື້ອພະຍາດ SARS-CoV-2.

ຕອບກັບ

ຂ່າວ/ບົດ​ອື່ນ