ຊາວຫວຽດນາມສະແດງຄວາມເສົ້າສະຫລົດໃຈຢ່າງ​ສຸດ​ຊຶຶ້ງຕໍ່ການ ເຖິງແກ່ມໍລະນະກຳຂອ​ງພົ​ນ​ເອກ​ຫວໍ້ງວຽນ​ຢາ​ບ ​

ຊາວຫວຽດນາມສະແດງຄວາມເສົ້າສະຫລົດໃຈຢ່າງ​ສຸດ​ຊຶຶ້ງຕໍ່ການ ເຖິງແກ່ມໍລະນະກຳຂອ​ງພົ​ນ​ເອກ​ຫວໍ້ງວຽນ​ຢາ​ບ ​ - ảnh 1
ປຊຊຢືນຕໍ່ຫນ້າເຮືອນຢູ່ຂອງພົນເອກເພື່ອສະແດງຄວາມ
ເສົ້າສະຫລົດໃຈ, ໄຫວ້ອາໄລ
ພາບ:internet

(vovworld)- ​ໂດຍ​ໄດ້​ຮັບ​ຂ່າວ ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ໄດ້​ເຖິງ​​ແກ່​ມໍລະນະ​ກຳ​ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດຫວຽດນາມ​ຮູ້​ສຶກ​ເສົ້າ​ສະຫລົດ​ໃຈ​ຢ້າ​ງສຸດ​ຊຶ້ງ. ປະຊາຊົນ​ຫວຽດນາມ​ທຸກ​ຄົນ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເຄົາລົບ​ນັບຖື, ຮັກ​ແພງ ​ແລະ ​ເຄົາລົບ​ນິຍົມ​ພົນ​ເອກ.  ສາດສະດາຈານ, ນາຍ​ຄູ​ປະຊາຊົນ, ນັກ​ປະຫວັດສາດ ຟານ​ຮູ​ຍ​ເລ ຢືນຢັນ: ຊີວິດ, ພາລະກິດ, ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ຄຸນສົມບັດ​ຂອງ​ທ່ານ​ພົນ​ເອກ​ ຫວໍ້ງວຽນ​ຢາ​ບ ສົມ​ກັບ​ຄວາມ​ເຊີດ​ຊູ​ຈາກ​ປະຊາຊົນ​ຫວຽດນາມ​ວ່າ ​ແມ່ນ​ພົນ​ເອກ​ຂອງ​ປະຊາຊົນ.

        “ສຳລັບ​ຫວຽດນາມ ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ແມ່​ນັກ​ການ​ທະຫານ​ທີ່​ປີ​ຊາ​ສາມາດ, ​ແມ່ນ​ວິລະ​ຊົນ​ຂອງ​ຊາດ, ນັກ​ວັດທະນະທຳ, ນັກ​ປະ​ຫວັດ​ສາດ​ໃຫຍ່​ຂອງ​ປະ​ເທດ​ຊາດ. ຊີວິດ ​ແລະ ພາ​ລະ​ກິດ​ຂອງ​ເພີ່ນ​​​ແມ່ນ​ຕິດ​ພັນ​ກັບ​ປະຫວັດສາດ ​ແລະ ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ຕະຫລອດການ.”

ຊາວຫວຽດນາມສະແດງຄວາມເສົ້າສະຫລົດໃຈຢ່າງ​ສຸດ​ຊຶຶ້ງຕໍ່ການ ເຖິງແກ່ມໍລະນະກຳຂອ​ງພົ​ນ​ເອກ​ຫວໍ້ງວຽນ​ຢາ​ບ ​ - ảnh 2


        ຢູ່​ເຮືອນ​ເລກທີ 30 ຖະຫນົນ​ຮ່ວາງ​ຢ້ຽວ ຮ່າ​ໂນ້ຍ, ຊື່​ງ​ແມ່ນ​ຫລັງ​ເຮືອນ​ທີ່​ພົນ​​ເອກ ຫວໍ້ງວຽນ​ຢາ​ບ ​ແລະ ຄອບຄົວ​ດຳລົງ​ຊີວິດ​ກວ່າ​ເຄິ່ງສັດຕະວັດ, ປະຊາຊົນ​ຫວຽດນາມ​ຫລາຍ​ຄົນ​ໄດ້​ມາ​​ນີ້​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນຄຸນ ​ແລະ​ໄຫວ້​ອາ​ໄລ​ສະ​ແດງຄວາມ​​ເສົ້າ​ສະຫລົດ​ໃຈ​ຕໍ່​​ການ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຂອງທ່ານ​ພົນ​ເອກ ຫວໍ້ງວຽນ​ຢາ​ບ.

ຊາວຫວຽດນາມສະແດງຄວາມເສົ້າສະຫລົດໃຈຢ່າງ​ສຸດ​ຊຶຶ້ງຕໍ່ການ ເຖິງແກ່ມໍລະນະກຳຂອ​ງພົ​ນ​ເອກ​ຫວໍ້ງວຽນ​ຢາ​ບ ​ - ảnh 3
ພາບ:thethaovanhoa.vn




ຂ່າວ/ບົດ​ອື່ນ