ຊາວຫວຽດນາມອາໄສ ຢູ່ຕ່າງປະເທດກັບເມືອ ປະເທດໄຫ້ວອາໄລ ທ່ານພົນເອກຫວໍ້ງວຽນຢາບ

ຊາວຫວຽດນາມອາໄສ ຢູ່ຕ່າງປະເທດກັບເມືອ ປະເທດໄຫ້ວອາໄລ ທ່ານພົນເອກຫວໍ້ງວຽນຢາບ - ảnh 1
ທ່ານ​ເລກວກວີ, ຊາວ​ຫວຽດນາມ ​ອາ​ໄສ​ຢູ່ໄທ

(ພາບ: vov)

 (vovworld)-​​​​ ​ເມື່ອ​ໄດ້​ຮັບ​ຂ່າວທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ເຖິງ​ແກ່​ມໍລະນະ​ກຳ, ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ກໍ່​ສະ​ແດງ​ຄວາມ​​ໂສກ​ເສົ້າ​ເສຍ​ດາຍ​ຕໍ່​ການ​ສູນ​ເສຍ​ອັນ​ໃຫ່ຍຫຼວງ​ຂອງ​ຊາດ​ຫວຽດນາມ. ຫຼາຍ​ຄົນ​ໄດ້​ກັບ​ເມືອ​ປະ​ເທດ​ເພື່ອໄຫ້​ວອາ​ໄລ​ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ​ ​ໃນ​ວັນ​ຈັດ​ພິທີ​ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດ​ນີ້. ທ່ານ​ ເລກວກວີ, ​ເລຂານຸການ​ໃຫ່ຍຊາວ​ຫວຽດນາມ ​ອາ​ໄສ​ຢູ່​ແຂວງ​ອຸບ​ົນຣັດຈະ​ທານີ-​ລາຊະ​ອານາຈັກ​ໄທ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ມື້​ນີ້, ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ໄທ ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຕອບ​ບຸນ​ແທນ​ຄຸນທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ-​ນັກ​ວິລະ​ຊົນ​ຂອງ​ຊາດ. ທ່ານ​ເລກ​ວກວີ​ແບ່ງປັນ​ວ່າ:

   “​ເມື່ອ​ໄດ້​ຮັບ​ຂ່າວ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ​ ເຖິງ​ແກ່​ມໍລະນະ​ກຳ, ຂ້າພະ​ເຈົ້າກໍ່​ຄື​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ແຂວງອຸບ​ົນຣັດຈະ​ທານີ ມີ​ຄວາມ​ໂສກ​ເສົ້າ​ເສຍ​ດາຍທີ່​ສຸດ. ປຊຊ ​ໄດ້​ຈັດ​ພິທີ​ພາວະນາ​ໃຫ້​ລຸງ ​ແລະ ຈັດການ​ເລົ່າ​ເລື່ອງ​ກ່ຽວ​ກັບ​ບັນດາ​ຜົນງານ​ຂອງ​ລຸງ“.

    ປ້າ​ຟ້າ​ມທິບິ​ກ​ແຮ້ງ ຊາວ​ຫວຽດນາມ ​ອາ​ໄສຢູ່​ເຢຍລະ​ມັນ ​ເວົ້າວ່າ:

   “​ເມື່ອ​ໄດ້​ຮັບ​ຂ່າວ​ທ່ານ​ພົນ​ເອກ​ເຖິງ​​ແກ່​ມໍລະນະ​ກຳ, ຂ້າພະ​ເຈົ້າມີ​ຄວາມ​ຕົກສະ​ເງີ້ທີ່​ສຸດ. ​ເຖິງ​ວ່າ​​ໄດ້​ຮູ້​ວ່າທ່ານ​ມີ​ອາຍຸ​ກສູງ​ແລ້ວ​ກໍ່​ຕາມ ​ແຕ່​ນີ້​ກໍ່​ແມ່ນ​ຄວາມ​ສູນ​ເສຍ​ອັນ​ໃຫ່ຍຫຼວງ​ທີ່​ສຸດ, ປະ​ເທດ​ຊາດ​ຖືກ​ສູນ​ເສຍ​ນັກ​ວິລະ​ຊົນ​ຜູ້​ໜຶ່ງ, ນາຍ​ພົນ​ຜູ້​ມີ​ຊື່​ສຽງ​ຊື່​ງ​ໃນທົ່ວ​ໂລກ​

  ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ​ໄດ້​ກາຍ​ເປັນສັນຍາ​ລັກ​​ແຫ່ງໄຊຊະນະ​ໃນ​ດວງ​ໃຈຂອງ ປຊຊ ທຸກ​ຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຊາວ​ໜຸ່ມ​ອາສາ​ສະໝັກ​ນະຄອນຫຼວງ​ຮ່າ​ໂນ້ຍຮັບ​ໃຊ້​ພິທີ​ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ

ຊາວຫວຽດນາມອາໄສ ຢູ່ຕ່າງປະເທດກັບເມືອ ປະເທດໄຫ້ວອາໄລ ທ່ານພົນເອກຫວໍ້ງວຽນຢາບ - ảnh 2
ຊາວ​ໜຸ່ມ​ອາສາ​ສະໝັກຮັບ​ໃຊ້​ພິທີຊາ​ປະ​ນະ​ກິດ​ສົບ

(ພາບ: vov)

 (vovworld)- ​ໃນ 2 ວັນ​ຈັດພິທີ​ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ, ຄະນະ​ຊາວ​ໜຸ່ມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ລະດົມ​ຊາວ​ໜຸ່ມ​ອາສາ​ສະໝັກ​ເກືອບ 6000 ຄົນ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ໃຊ້ພິທີ​ຊາ​ປະ​ນະ​ກິດ​ສົບ​ລະດັບ​ຊາດທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ. ບັນດາ​ນັກ​ອາສາ​ສະໝັກ​ນີ້​ເຂົ້າຮ່ວມ​ປະຕິບັດ​ໜ້າ​ທີ່​ຕ່າງໆ​ຄື: ຮັບ​ໃຊ້, ​ແນະນຳ ປຊຊ ​ເຂົ້າ​ໄຫ້​ວອາ​ໄລ​ທ່ານ​ພົນ​ເອກ​ຢູ່​ຫໍ​ຈັດພິທີ​ຊາ​ປະ​ນະ​ກິດ​ສົບ​ແຫ່ງ​ຊາດ (​ເຮືອນ​ເລກທີ 5 ຖະໜົນ​ເຈິ​ນ​ແທງ​ຕົງ-​ຮ່າ​ໂນ້ຍ); ສົມທົບ​ກັບ​ບັນດາ​ຄະນະ, ຂະ​ແໜງ​ການ, ໝູ່​ຄະນະ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ…​ຄະນະຊາວ​ໜຸ່ມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ຍັງ​ຈັດ​ກຳລັງ ຊາວ​ໜຸ່ມ​ອາສາ​ສະໝັກຍາມ ​ແລະ ໜູນ​ຊ່ວຍ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ແນະນຳ, ຮັບປະກັນ​ທາງ​ຄົມະ​ນາ​ຄົມ​ຢູ່​ບັນດາ​ສະຖານ​ທີ່ຈຸດ​ສຸມ…

ຂ່າວ/ບົດ​ອື່ນ