ຊາວຫວຽດນາມອາໄສ ຢູ່ຕ່າງປະເທດຕ້ອນຮັບ ບຸນປີໃໝ່ປະຈຳຊາດ


ຊາວຫວຽດນາມອາໄສ ຢູ່ຕ່າງປະເທດຕ້ອນຮັບ ບຸນປີໃໝ່ປະຈຳຊາດ - ảnh 1

ມອບ​ຂອງຂວັນ​ໃຫ້​ຊາວ​ຫວຽດນາມ ຢູ່​ວັດ​ຈັນ

(ພາບ: http://vietnam.vnanet.vn)

 (vovworld)-ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງອວຍພອນ​ລະດູບານ​ໃໝ່, ປີ​ມະ​ເມ​ຍ 2014 ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 24/1 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ຮອງ​ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້, ທ່ານ​ຫງຽວນ​ແມັງ​ຮຸ່ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ລາຍງານ​ຕໍ່​ບັນດາ​ຜູ້​ແທນ​ກ່ຽວ​ກັບ​ບັນດາ​ຜົນງານ​ທີ່​ຫວຽດນາມ ບັນລຸ​ໄດ້​ໃນ​ປີຜ່ານມາ, ​ໃນ​ນັ້ນມີ​ຜົນງານ​ລວມຂອງ​ສອງ​ປະ​ເທດ​ຫວຽດນາມ-​ລາວ ​ຄື: ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ກ່ວາ 1 ຕື້​ໂດ​ລາ​ສະຫະລັດ; ສອງ​ປະ​ເທດ​​ໄດ້​ສຳ​ເລັດ​ວຽກ​ງານ​ປັກ​ລັກ​ໝາຍ​ຖີ່ ​ແລະ ບູລະນະ​​​ເສົາ​ຫຼັກ​ໝາຍໃນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ. ທ່ານ​ເອກ​ອັດຄະ​ລັດຖະທູດປາດຖະໜາ​ວ່າ, ກ້າວ​ເຂົ້າສູ່​ປີ 2014, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລີກ.

  ຢູ່​ສິງກະ​ໂປ, ຕອນ​ຄ່ຳ​ວັນ​ທີ 24/1, ມີ​ຊາວ​ຫວຽດນາມ ດຳລົງ​ຊີວິດ​ຢູ່​ປະ​ເທດນີ້ປະມານ 600 ຄົນ​ໄດ້​ມີ​ການ​ພົບ​ປະ​ສ້າງສັນ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ສິງກະ​ໂປ ຈັດຕັ້ງຂຶ້ນ.

  ​ໃນ​ວັນ​ດຽວ​ກັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສ.​ເຊັກ ​ເຈືອງ​ແມັງ​ເຊີນ ​​ໄດ້​ຈັດການ​ພົບ​ປະ​ກັບ​ບັນດາ​ນັກ​ຂ່າວ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ສ.​ເຊັກ ​ເນື່ອງ​ໃນ​ໂອກາດ​ລະດູບານ​ໃໝ່-ປີ​ມະ​ເມຍ./.

 

ຂ່າວ/ບົດ​ອື່ນ