ຊາວຫວຽດນາມອາໄສຢູ່ ຕ່າງປະເທດອວາຍໜ້າ ສູ່ບ້ານເກີດເມືອງນອນ


ຊາວຫວຽດນາມອາໄສຢູ່ ຕ່າງປະເທດອວາຍໜ້າ ສູ່ບ້ານເກີດເມືອງນອນ - ảnh 1

(ພາບປະກອບ: Quý Trung/TTXVN))

 (vovworld)- ​ ຕອນ​ບ່າຍວັນ​ທີ 7/4, ຄະນະ​ຜູ້​ແທນຊາວ​ຫວຽດນາມ​ ອາ​ໄສ​ຢູ່​ 20 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກລວມ 70 ຄົນ​​ໄດ້​ມີໜ້າ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ເພື່ອ​ເຂົ້າຮ່ວມ “ລາຍການ​ຄະນະ​ຜູ້​ແທນຊາວ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະ​ເທດ​ເຂົ້າຮ່ວມ​ພິທີ​ໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງ“ ປີ 2014. ລາຍການ​ຈະດຳ​ເນີນ​ແຕ່​ວັນ​ທີ 7-14/4 ຊື່​ງລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ່​ຄື: ຖະ​ຫວາຍ​ທູບ​ທຽນ​ຢູ່​ວິຫານ​ຮຸ່ງ, ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ລຸງ​ໂຮ່, ​ໄຫ້​ວອາ​ໄລ​ຢູ່​ສຸສານ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ, ຢ້ຽມຢາມ​ຖ້ຳຟອງ​ຍາ-​ແກ້​ບ່າງ….​ທ່ານ​ດຣ.ຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ປະທານ​ຄະນະ​ກຳມະການ​ແຫ່ງລັດ​ກ່ຽວ​ກັບຊາວ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະ​ເທດ​​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນຊາວ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະ​ເທດ ກັບ​ເມືອ​ປະ​ເທດ​ເຂົ້າຮ່ວມ​ພິທີ​ໄຫ້​ວບູຊາ​ເຈົ້າຊີວິດ​ຮຸ່ງ ​ແມ່ນ​ການສະ​ແດງ​ໃຫ້​ເຫັນຫຼັກ​ສິນ​ທຳ “ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ“ ຂອງ​ຊາດ​ຫວຽດນາມ; ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ​ຕໍ່ ຊາວ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະ​ເທດ​, ຢັ້ງຢືນ​ວ່າ: ປະຊາ​ຄົມ​ ຊາວ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະ​ເທດ​​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດນາມ ​ໄດ້, ​ແມ່ນ​​ແຫຼ່ງກຳລັງ ​ແລະ ຂົວ​ຕໍ່​ກັບສາກົນທີ່​ສຳຄັນຂອງ​ປະ​ເທດ​ຊາດ. ​ເຫດການ​ນີ້​ຍັງສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຂອງຊາວ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະ​ເທດ​ທີ່​ມີຕໍ່​ການ​ພັດທະນາ​ຂອງ​ປະ​ເທ​ດຊາດ. ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນຊາວ​ຫວຽດນາມ​ ອາ​ໄສ​ຢູ່ຕ່າງປະ​ເທດ​ຈະ​ໄປ​ຢ້ຽມຢາມ, ມອບ​ຂອງ​ຂັວນ​ໃຫ້​ແກ່​ພະນັກງານ, ນັກຮົບ ​ແລະ ປຊຊ ຢູ່​ໝູ່​ເກາະເຈື່ອງ​ຊາ./.

ຂ່າວ/ບົດ​ອື່ນ