ຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດປິວອກ2016

ຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດປິວອກ2016 - ảnh 1
(ຊາວຫວຽດນາມອາໄສຢູ່ລາວຕ້ອນຮັບບຸນເຕັດປິວອກ 2016)

(vovworld) –​ “ຂ່ຳ​ນັບ​ຊົມ​ເຊ​ີຍ​ພັກ - ລະ​ດູ​ບານ​ໃໝ່ - ຄວາມ​ສາ​ມັກ​ຄີ​ປະ​ຊາ​ຄົມ - ອວຍ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ” ນີ້ແມ່ນ​ຫົວ​ຂໍ້​ຂອງ​ລາຍ​ການ​ພົບ​ປະແລກ​ປ່ຽນ​ປະ​ຊາ​ຊົນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຫວຽດ​ນາມ (ບຸນ​ເຕັດ) ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 31/01, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປ​ະ​ເທດ​ລາວ. ລ​າຍ​ການ​ໂດຍ​ສະ​ຖານ​ທ​ູດ​ຫວຽດ​ນາມ ປະ​ຈຳ​ລາວ, ສະ​ມາ​ຄົມ​ໃຫຍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ລາວ ສົມ​ທົບ​ກັນ​ຈັດ​ຕັ້ງ. ທີ່​ພິ​ທີ, ທ່ານ​ນາງ ຫງວຽນ​ທິ​ເນືອງ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໃຫ້​ຮູ້​ວ່າ.

      “ບັນ​ດ​າ​ອົງ​ການ​ສຳ​ນັກ​ງານ​ສະ​ຖານ​ທູດ​ໄດ້​ຈັດ​ຕັ້ງ​ໃຫ້​ປະ​ຊາ​ຄົມ​ພວກ​ເຮົາ​​ຕ້ອນ​ຮັບ​ບຸນ​ເຕັດ ເພື່ອ​ອວ​າຍ​ເມືອ​ຫາ​ບ້ານ​ເກີດ​ເມືອງນອ​ນ, ປະ​ເທດ​ຊາດ, ເພື່ອ​ໃຫ້​ລູກ​ຫຼານ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຮ​ູ້​ວ່າ, ເຖິງວ່າ​ອາ​ໄສ​ຢູ່​ແຫ່ງ​ໃດ​ກໍ​ຕາມ, ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ​ກໍ​ຕາມ ແຕ່ຍາມ​ໃດ​ກ​ໍ​ມີ​ບຸນ​ເຕັດ. ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດ ສະ​ຖານ​ທູດກໍ່​ລ້ວນ​ແຕ່​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ເຕັດໃຫ້​ພໍ່​ແມ່​ປະ​ຊາ​ຊົນ, ພວກ​ເຮົາມີ​ຄວາມເບີກ​ບານ​ມ່ວນ​ຊື່ນ”.

      ​ຕອນ​ຄ່ຳ​ວັນ​ທີ 31/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອັງ​ກິດ ໄດ້​ຈັດ​ຕັ້ງ​ບຸນ​ເຕັດ​ປີ​ວອກ 2016.  ມ​ີ​ຊາວ​ຫວຽດ​ນາມ, ນັກ​ທຸ​ລະ​ກິ​ດ ແລະ ຜູ້​ຕາງ​​ໜ້າ​ນັກ​ສຶກ​ສາ ແລະ ເພື່ອນ​ມິດ​ອັງ​ກິດ ທີ່​ສະ​ໜິດ​ສະ​ໜົມ ກວ່າ 300 ຄົນ​ເຂົ້າ​ຮ່ວມ. ທີ່​ພິ​ທີ, ທ່ານ​ເ​ອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ທາວ ສະ​ເໜີ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​, ນັກ​ສຶກ​ສາ​ຫວຽດ​ນາມ ​ພວມຮ່ຳ​ຮຽນຢູ່​ອັງ​ກິດ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເຮັດ​ວຽກ, ຮ່ຳ​ຮຽນ​ເປັນ​ຢ່າງ​ດີ, ປະ​ກອບ​ເ​ຫື່ອ​ແຮງ ແລະ ພູມ​ປັນ​ຍາ​ຂອງ​ຕົນ​ເພື່ອ​ພ້ອມ​ກັນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ໃນ​ປະ​ຊາ​ຄົມ.

      ແລະ​ໃນ​ວັນ​ທີ 29 - 31/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ໂ​ດ​ເນ​ເຊຍ, ສິງ​ກະ​ໂ​ປ ແລະ ອີ​ຕາ​ລີ ກໍ່​ຈັດ​ພ​ິ​ທີ​​ຕ້ອນ​ຮັບບຸນ​ເຕັດ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ