ຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບສ່ວນສ້າງປະເທດຊາດໃຫ້ ໝັ້ນຄົງເຂັ້ມແຂງ

ຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບສ່ວນສ້າງປະເທດຊາດໃຫ້ ໝັ້ນຄົງເຂັ້ມແຂງ - ảnh 1
ສະມາຄົມ​ຕິດ​ຕໍ່​ກັບ​ຊາວ ຫວຽດນາມ
 ຢູ່​ຕ່າງປະ​ເທດ​ນະຄອນ ດ່າ​ໜັງ
(ພາບ: danang.gov.vn)

(vovworld) – ​ ​ ຫວ່າງ​ແລ້ວ​ນີ້, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ດ່າ​ໜັງ ສົມທົບ​ກັບ​ສະມາຄົມ​ຕິດ​ຕໍ່​ກັບ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ນະຄອນ ດ່າ​ໜັງ ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກ່ວາ 150 ຄົນ ທີ່​ກັບ​ເມືອ​ບ້ານ​​ເອົາບຸນ​ເຕັດ. ທີ່​ການ​ພົບ​ປະສັງ​ສັນ, ການ​ນຳ​ນະຄອນ ດ່າ​ໜັງ ​​ແນະນຳ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ປີ 2015, ທິດ​ທາງ​ພັດທະນາ​ຂອງ​ນະຄອນ​ໃນ​ປີ 2016 ​ແລ​ະ ຊຸມ​ປີ​ຕໍ່​ໄປ; ພ້ອມ​ທັງ ຮັບ​ຮູ້​ບັນ​ດາ​ການ​ປະກອບສ່ວນ​ຂອງ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທ​​ດສຳລັບ​ນະຄອນ ດ່າໜັງ.

        ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ​ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ບິ່ງ​ດິ້ງ ຫາ​ກໍ​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ກັນຊາ​ວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຍາດຕິ​ພີ່ນ້ອງ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 100 ຄົນ ກັບ​ເມືອປະ​ເທດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີ​ວອກ. ນະ​ທີ່​ນີ້, ທ່ານ ​ໂຮ່ກວກ​ຢຸງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ດິ້ງ ຢືນຢັນ​ວ່າ: ​ແຂວງຍາມ​ໃດ​ກໍ່​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ ເພື່ອ​ໃຫ້ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ກັບ​ເມືອປະ​ເທດ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ, ຄອບຄົວ ​ແລະ ລົງທຶນ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​​ໃຫ້ນັບ​ມື້​ນັບຮັ່ງມີ​ສວຍ​ງາມ.

ຂ່າວ/ບົດ​ອື່ນ