ຊາວຫວຽດນາມອາໄສຢູ່ລັດເຊຍສະແດງຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) - ຊາວຫວຽດນາມ ອາໄສຢູ່ລັດເຊຍຕ່າງກໍ່ມີຄວາມຫວັງວ່າ ບັນດາເປົ້າໝາຍທີ່ລະບຸໄວ້ໃນເອກະສານຍື່ນສະເໜີທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະບັນລຸໄດ້.
ຊາວຫວຽດນາມອາໄສຢູ່ລັດເຊຍສະແດງຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1ທ່ານ ເຈິ່ນຟູ໊ທ້ວນ ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ

        ກ່ອນດຳເນີນກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ, ມີຊາວຫວຽດນາມອາໄສຢູ່ລັດເຊຍຫຼາຍຄົນ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາແນວທາງຍຸດທະສາ, ລັດຖະນະໂຍບາຍຖືກຕ້ອງທີ່ໄດ້ລະບຸໄວ້ໃນເອກະສານການເມືອງຍືນສະເໜີຕໍ່ກອງປະຊຸມໃຫຍ່ ເພື່ອສູ້ຊົນນຳຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

        ທ່ານ ເຈິ່ນຟູ໊ທ້ວນ - ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ໄດ້ເວົ້າວ່າ:

        ໂດຍແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດມາເປັນຫຼາຍປີແລ້ວ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ກ່ຽວກັບຄວາມໄວການເຕີບໂຕເສດຖະກິດ, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ປະສິດທິຜົນຈາກການຊີ້ນຳນຳພາຂອງພັກ  ແລະ ຫວັງວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍໄດ້ບັນດາຜົນງານດ້ານເສດຖະກິດ, ຮັບປະກັນສັງຄົມ. ດັ່ງນັ້ນ ປະຊາຊົນແຕ່ລະຄົນເຖິງວ່າຢູ່ພາຍໃນປະເທດ ຫຼື ຕ່າງປະເທດ ຕ່າງກໍ່ມີຄວາມອຸ່ນອ່ຽງໃຈເຮັດວຽກ, ປະກອບສ່ວນເຂົ້າໃນການສ້າງປະເທດຊາດຈະເລີນຮຸ່ງເຮືອງ, ປະຊາຊົນອີ່ມໜຳສຳລານ, ສົມບູນພູມສຸກ.

        ທ່ານ ຫງວຽນແມັງເດືອງ ຮອງປະທານສະມາຄົມນັກຮົບເກົ່າຫວຽດນາມ ປະຈຳລັດເຊຍ ໃຫ້ຮູ້ວ່າ:

        ກອງປະຊຸມໃຫຍ່ຈະມາເຖິງ, ພວກຂ້າພະເຈົ້າຫວັງວ່າ ພັກຈະເລືອກເອົາຜູ້ທີ່ມີຈັນຍາບັນ, ມີຄວາມເກ່ັ່ງກ້າສາມາດສຸດຈິດສຸດໃຈ ນຳພາປະເທດຊາດໃຫ້ພັດທະນາ, ເປັນຕົ້ນແມ່ນໃນໄລຍະນີ້. ວຽກງານປ້ອງກັນສະກັດກັ້ນໂລກລະບາດຕ້ອງໄດ້ຮັບການເສີມຂະຫຍາຍ, ເພື່ອຮັກສາຄວາມສະຫງົບສຸກໃຫ້ແກ່ປະເທດຊາດ.

        ຊາວຫວຽດນາມ ອາໄສຢູ່ລັດເຊຍຕ່າງກໍ່ມີຄວາມຫວັງວ່າ ບັນດາເປົ້າໝາຍທີ່ລະບຸໄວ້ໃນເອກະສານຍື່ນສະເໜີທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະບັນລຸໄດ້. ນັ້ນແມ່ນສູ້ຊົນຮອດປີ 2025, ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳຕາມທິດທັນສະໄໝ, ມີລາຍຮັບລື່ນກາຍລະດັບປານກາງຕ່ຳ, ຮອດປີ 2030 ແມ່ນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ