ຊາວຫວຽດນາມອາໄສຢູ່ສ.ເຊັກໂກສະໜັບສະໜູນປະຊາຊົນເຂດຖືກນ້ຳແກ່ງຢູ່ພາກກາງ

ຊາວຫວຽດນາມອາໄສຢູ່ສ.ເຊັກໂກສະໜັບສະໜູນປະຊາຊົນເຂດຖືກນ້ຳແກ່ງຢູ່ພາກກາງ - ảnh 1
(ຊາວຫວຽດນາມອາໄສຢູ່ສ.ເຊັກໂກ
ສະໜັບສະໜູນປະຊາຊົນເຂດຖືກນ້ຳແກ່ງຢູ່ພາກກາງ)

(vovworld) - ​ຕອນ​ຄ່ຳ​ວັນ​ທີ 22/10, ຢູ່​ນະ​ຄອນ​ຫຼວງ Praha, ​ສ.ເຊັກ​ໂກ, ມີ​ຊາວ​ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ທຳ​ມາ​ຫາ​ກິນ​ຢູ່​ສ.ເຊັກ​ໂກ ເປັນ​ຈຳ​ນວນ​ຫຼ​າຍ ໄດ​້​ເຂົ້າ​ຮ່ວມ​ລາຍ​ການ​ເພງເມດ​ຕາ​ຈິດ “​ອ່​ວາຍ​ໜ້າ​ເມືອ​ຫາ​ພາກ​ກາງ” ສ້າງກອງ​ທຶນ​ສະ​ໜັບສະ​ໜູນ​ປະ​ຊາ​ຊົນ​ພາກ​ກາງ​ຖືກ​ຜົນ​ເສຍ​ຫາຍ ຍ້ອນ​ຖືກ​ນ້ຳ​ແກ່ງ​ຢູ່​ພາກ​ກາງ ໄລ​ຍະ​ຜ່ານ​ມາ. ທ່ານ​ນາງ ຫງວຽນ​ມິງ​ຫງວຽດ, ຮອງ​ປະ​ທານ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ຫວຽດ​ນາມ ປະ​ຈ​ຳ​ສ.ເຊັກ​ໂກ, ສະ​ມາ​ຊິກ​ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ.

        “ນັບ​ແຕ່​ເມື່ອ​ປຸກ​ລະ​ດົມ​ມາ​ຮອດ​ປະ​ຈຸ​ບັນ ແມ່ນ​ພຽງ​ໃນ​ເວ​ລາ 2 – 3 ວັນ​ເທົ່າ​ນັ້ນ, ແຕ່​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ໃດ​ກໍ່​ຢາກ​ປະ​ກອ​ບ​ເງິນ​ສ່ວນ​ໃດ​ສ່ວນ​ໜຶ່ງ​ເພື່ອມອບ​ໃຫ້​ປະ​ຊາ​ຊົນ​ເຂ​ດ​ຖືກ​ນ້ຳ​ແກ່ງ. ຈາກ​ຜູ້​ທຸກ​ຍາກ ແລະ ຜູ້​ມີ​ເງື່ອນ​ໄຂ​ລ້ວນ​ແຕ່​ປະ​ກອບ​ຄວາມ​ສາ​ມາດ​ຂອງ​ຕົນ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ນ້ອຍໆ​ນີ້​ຈະ​ຊ່ວຍ​ຫຼຸດ​ຜ່ອນ​ຄວາມ​ເຈັບ​ປວດ​ຂອງ​ປະ​ຊາ​ຊົນ​ພາກ​ກາງ​”.

        ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ນັບ​ແຕ່​ເມື່ອ​ປຸ​ກ​ລະ​ດົມ​ມາ​ຮອດ​ປ​ະ​ຈຸ​ບັນ, ລາຍ​ການ “​ອ່​ວາຍ​ໜ້າ​ເມືອ​ຫາ​ພາກ​ກາງ” ໄດ້ຂົນ​ຂວາຍ​ແຜ່ບໍ​ລິ​ຈາກ​ຈຳ​ນວນ​ເງິນເກືອບ 600 ລ້ານ​ດົ່ງ. ໃນ​ເດືອ​ນ 11 ຈະ​ມາ​ເຖິງ, ຄະ​ນະ​ຈັດ​ຕັ້ງ​ຈະ​ກັບ​ເມືອ​ຫວຽດ​ນາມ ເພື່ອ​ມອບ​ຂອງ​ຂວັນ​ນີ້​ໃຫ້​ປະ​ຊາ​ຊົນ​ຖືກ​ນ້ຳ​ແກ່ງ​ຢູ່ພາກ​ກາງ.

ຂ່າວ/ບົດ​ອື່ນ