ຊາວຫວຽດນາມອາໄສຢູ່ສ.ເຊັກໂກອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ

ຊາວຫວຽດນາມອາໄສຢູ່ສ.ເຊັກໂກອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
(ພາບ​ປະ​ກອບ)

(vovworld) –​ ມີ​ຊາວ​ຫວຽດ​ນາມ ​ນັບ​ຮ​້ອຍ​ຄົນໄດ້​ເຂົ້າ​ຮ່ວມ​ພິ​ທີ​ອາ​ໄລ​ຫາ ແລະ ​ສູດມົນ​ພາ​ວະ​ນາ​ໃຫ້​ບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ໝ​ູ່​ເກາະ, ທະ​ເລ​ຂອງ​ຫວຽດ​ນາມ, ຢູ່​ນະ​ຄອນ​ຫຼວງ​ສ.ເຊັກ​ໂກ ຫວ່າງ​ແລ້ວນ​ີ້. ພິ​ທີ​ອາ​ໄລ​ຫາ​ໂດຍ​ກຸ່ມ “ອ້າຍ​ນ້ອງ​ເພື່ອ​ບ້ານ​ເກີດ​ເມືອງນອນ” ແລະ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ປະ​ຈຳ​ສ.ເຊັກ​ໂກ ຈັດ​ຕ​ັ້ງ. ພະ​ອາ​ຈານ ທິ໋ກ​ຈິ໋​ດັ໋ກ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​​​ນັກ​ບວດສູນ​ກາງ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ປະ​ຈຳ​ສ.ເຊັກ​ໂກ ໄ​ດ້​ເປັນ​ປະ​ທານ​ພິ​ທີ​​ສູດ​ມົນພາ​ວະ​ນາ. ພິ​ທີ​​ສູດ​ມົນພາ​ວະ​ນາ​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​​ຄວາມ​ຮູ້​ບຸນ​ຄູນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ໄດ້​ສັ່ງ​ສອນ​ຕັກ​ເຕືອນ​ລຸ້ນ​ໜຸ່ມ​ຫວຽດ​ນາມ ທີ່​​ໄດ້​ກ​ຳ​ເນີດ ແລະ ເຕີບ​ໃຫ​ຍ່​ຢູ່​ສ.ເຊັກ​ໂກ ​ຈົ່ງຈົດ​ຈຳ​ບຸນ​ຄຸນ​ອັນ​ສູງ​ສົ່ງ​ຂອງ​ຊາດ.

ຂ່າວ/ບົດ​ອື່ນ