ຊາວຫວຽດນາມອາໄສຢູ່ເຢຍລະມັນເດີນຂະບວນຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ

ຊາວຫວຽດນາມອາໄສຢູ່ເຢຍລະມັນເດີນຂະບວນຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
ເດີນຂະບວນຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ
(ພາບ: vietnam+)

(vovworld) – ວັນ​ທີ 28/02, ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ນັບ​ຮ້ອຍ​ຄົນທີ່​ອາ​ໄສ​ຢູ່​ນະຄອນ Frankfurt  ​ແລະ ບັນດາ​ເຂດ​ໃກ້​ຄຽງ​ຢູ່ ​ເຢຍລະ​ມັນ ຈັດ​ຕັ້ງການ​ແຫ່​ຂະ​ບວນປະ​ທ້ວງ​ຕໍ່ໜ້າ​ສະຖານກົງສູນ​ໃຫຍ່ ຈີນ ປະຈຳ ນະຄອນ Frankfurt ​ເພື່ອ​ແນ​ໃສ່​ຄັດຄ້ານ​ບັນດາ​ການ​​ເຄື່ອນ​ໄຫວດ້ານ​ທະຫານ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ທີ​່ຕໍ່ໜ້າ​ສະຖານກົງສູນ​ໃຫຍ່​ຈີນ, ຄະນະ​ແຫ່​ຂະ​ບວນປະ​ທ້ວງ​ກໍ່​ໄດ້​ຍົກ​ປ້າຍຄຳ​ຂວັນ​ຄັດຄ້ານ​ເລື່ອງ ຈີນ ດຳ​ເນີນ​ບັນດາ​ຖ້ຽວບິນ​ທົດ​ລອງ​​ໄປສູ່ຫາດ​ດອນ​ຫີນ ຈື​ເທີ້ບ ຂຶ້ນ​ກັບໝູ່​ເກາະ ​ເຈື່ອງ​ຊາ ຂອງ ຫວຽດນາມ ​ແລະ ຜັນ​ຂະຫຍາຍ​ລະບົບ​ລູກ​ສອນ​ໄຟ​ໜ້າດິນ​ຕ້ານ​ເທິງ​ອາກາດ HQ – 9 ​ໃນ​ເກາະ ຟູ໋​ເລີມ ຂຶ້ນ​ກັບ​ໝູ່​ເກາະ ຮ່ວາງ​ຊາ ຂອງ ຫວຽດນາມ, ກໍ່​ຄື ສືບ​ຕໍ່​ເພີ່ມ​ການ​ບູລະນະ​ບັນ​ດາ​ເກາະ ​ແລະ ຫາດ​ດອນ​ຫີນ ກາຍ​​ເປັນຖານ​ທີ່​ໝັ້ນ​ທະຫານ. ການ​ແຫ່​ຂະ​ບວນປະ​ທ້ວງ​​ໄດ້ດຶງດູດ​ຄວາມ​ສົນ​ໃຈ, ​ການເຂົ້າ​ຮ່ວມ, ການຕອບ​ສະໜອງ​ຈາກ​ຊາວ​ທ້ອງ​ຖິ່ນ, ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ.

 

ຂ່າວ/ບົດ​ອື່ນ