ຊາວຫວຽດນາມອາໄສຢູ່ແຂວງອຸດົມໄຊສະຫນັບສະຫນູນທະຫານແລະປະຊາຊົນເຂດທະເລໝູ່ເກາະຫວຽດນາມ

ຊາວຫວຽດນາມອາໄສຢູ່ແຂວງອຸດົມໄຊສະຫນັບສະຫນູນທະຫານແລະປະຊາຊົນເຂດທະເລໝູ່ເກາະຫວຽດນາມ - ảnh 1
ສະມາຄົມ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່ ​ແຂວງ ອຸດົມ​ໄຊ
ພາບ:baotintuc.vn


(vovworld)- ວັນ​ທີ 17/6, ສະມາຄົມ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່ ​ແຂວງ ອຸດົມ​ໄຊ ພາກ​ເຫນືອ​ຂອງ​ລາວ ​ໄດ້​ຈັດ​ຕັ້ງ​ການ​ແຜ່​ບໍລິຈາກ​ຈຳນວນ​ເງິນ​ເປັນ 100 ລ້ານ​ດົ່ງ ​ເພື່ອ​ສະຫນັບສະຫນູນ​ທະຫານ​ປ້ອງ​ກັນ​ທະ​ເລ ​ແລະ ປະຊາຊົນ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ. ທ່ານ ຟີ​ວັນ​ມາຍ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄຊ​ຢູ່ ​ແຂວງ ອຸດົມ​ໄຊ ​ໃຫ້​ຮູ້​ວ່າ: ປະຊາ​ຄົມ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່ ອຸດົມ​ໄຊ ​ຍາມ​ໃດ​ກໍ​ອວ່າຍຫນ້າ​ເມືອ​ຫາ​ປະ​ເທດ​ຊາດ, ​ເປັນ​ຕົ້ນ​ໃນ​ສະພາບ ຈີນ ຕັ້ງ​ຮ້ານ        ​ເຈ​າະນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​​ເຂດເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ແຂວງອຸດົມ​ໄຊ ຄັດຄ້ານ​ການ​ກະທຳ​ດັ່ງ​ກ່າວ​ຂອງ​ຈີນ ​ແລະ ພ້ອມ​​ແລ້ວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ປົກ​ປັກຮັກສາ​ອະທິປະ​ໄຕ​ຂອງ​ຫວຽດນາມ.

        ກ່ຽວຂ້ອງ​ເຖິງ​ການ​ສະຫນັບສະຫນູນ​ຊາວ​ປະມົງ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ, ​ໃນ ລາຍການ“ສາຍຈິດ​ມິດ​ໃຈ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ຕອນ​ບ່າຍ​ວັນ​ທີ 17/6, ສະຫະພັນ​ແຮງ​ງານ ນະຄອນ ດາ​ຫນັງ ສົມທົບ​ກັບ​ສະມາຄົມ​ຊາວ​ກະສິກຳ ນະຄອນ​ດາ​ຫນັງ ຈັດ​ຕັ້ງ ການ​ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ 223 ພູດ ໃຫ້​ແກ່​ເຈົ້າ​ຂອງ​ກຳ​ປັ່ນ ​ແລະ ຊາວ​ປະມົງ​ນະຄອນ​ດາ​ຫນັງ ທີ່​ໄດ້​ສຳ​ເລັດ​ຫນ້າ​ທີ່ ອອກ​ໄກຝັ່ງ​ຫາ​ປາ ​ແລະ ປົກ​ປັກ​ຮັກສາ​ເຂດ ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ. ​

ຂ່າວ/ບົດ​ອື່ນ