ຊາວຫວຽດນາມອາໄສຢູ່ໄທຈັດວັນບຸນເຂົ້າປະດັບດິນ

ຊາວຫວຽດນາມອາໄສຢູ່ໄທຈັດວັນບຸນເຂົ້າປະດັບດິນ - ảnh 1
(ຊາວ​ຫວຽດນາມ​ອາ​ໄສ​ຢູ່​ໄທ​ຈັດ​ວັນ​ບຸນ​ເຂົ້າ​ປະດັບ​ດິນ)

(vovworld) – ຕອນ​ເຊົ້າ​ວັນທີ 23/08, ພໍ່​​ແມ່​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ນະ​ຄອນ​ຫຼວງ​ບາງ​ກອກ, ປະ​ເທດ​ໄທ ​ໄດ້​ຈັດວັນ​ບຸນ​ເຂົ້າ​ປະດັບ​ດິນ. ນີ້​ແມ່ນ​ຮີດຄອງ​ປະ​ເພ​ນີອັນ​ລ້ຳ​ຄ່າ​ຂອງຊາວ​ຫວຽດນາມ ​ເຊິ່ງ​ເຄີ​ຍຈັດ​​ຂຶ້ນໃນ​ໂອກາດ​ວັນ​ເພງ​ເດືອນ 7 ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ສິນ​ທຳທີ່​ວ່າ ​ກິນ​ເຂົ້າ​ຄິດ​ຮອດ​ຄຸ​ນນາ, ກິນ​ປາ​ຄິດ​ຮອດ​ຄຸນນ້ຳ, ຕອບ​ບຸນ​ແທນ​ຄຸນພໍ່​ແມ່, ​ແມ່ນ​ຈຸດ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ, ​ເຊິ່ງຍາມ​ໃດພໍ່​​ແມ່​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ ກໍ​ຮັກສາ ​ແລະ ​ເສີມ​ຂະຫຍາຍ. ວັນ​ບຸນ​ເຂົ້າ​ປະດັບ​ດິນປີນີ້ ຖືກ​ຈັດ​ຂຶ້ນ​ຢູ່​ວັດ ກວາງ​​ເຟື໋ອກ, ​ເຊິ່ງ​ເປັນ​ວັດ​​ໃຫຍ່​ຂອງ​ຊາວຫວຽດນາມ ຢູ່​ນະຄ​ອນຫຼວງ​ບາງ​ກອກ. ນີ້​ແມ່ນວັນ​ບຸນ​ເຂົ້າ​ປະດັບ​ດິນປີ​ທີ 7 ​ໂດຍ​ສະມາຄົມ​ວັດທະນະທຳ​ໄທ - ຫວຽດນາມ, ສະ​ມາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ບາງກອກ ​ແລະ ສູນ​ພາສາ ​ແລະ ຄວາມ​ຮູ້​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ. ມີ​ພຸດ​ທະ​ສາສະ​ນິກກະ​ຊົນ, ພໍ່​ແມ່ປະຊາຊົນ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​​ໄທ ​ແລະ ນັກຮຽນ, ນັກ​ສຶກສາ​ຫວຽດນາມ ຮໍ່າຮຽນ​ຢູ່​ໄທ ​ເກື​ອນ 400 ຄົນ​ເຂົ້າຮ່ວມ.

ຂ່າວ/ບົດ​ອື່ນ