ຊາວຫວຽດນາມອາໄສຢູ່ໄທມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກ

ຊາວຫວຽດນາມອາໄສຢູ່ໄທມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກ - ảnh 1
( ທ່ານ ຫງວຽນ​ງ້ອກຮ໋ານ ເບື້ອງຊ້າຍຮູບ )

(vovworld) – ​ ​ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແມ່ນ​ເຫດການ​ການ​ເມືອງສຳຄັນຍິ່ງ, ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກມະຫາຊົນ​​ເປັນຈຳນວນ​ຫລວງຫລາຍ. ຊາວ ຫວຽດນາມ ຫລາຍ​ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ, ອອກ​ແຮງ​ງານ​ຢູ່ ​ໄທ ​ໄດ້ອ່ວາຍ​ໜ້າ​ເມືອ​ຫາບ້ານ​ເກີດ​ເມືອງ​ນອນ​ຕິດຕາມການຜັນ​ແປ​ຂອງ​ກອງ​ປະຊຸມ​ໃຫຍ່. ຊາວ ຫວຽດນາມ ອາ​ໄສ​ຢູ່ ​ໄທ ປາດ​ຖະໜາ​ວ່າ: ກອງ​ປະຊຸມ​ໃຫຍ່​ຈະປະສົບ​​ຜົນສຳ​ເລັດຢ່າງ​ຈົບງາມ, ຍົກ​ອອກ​​ບັນດາລັດຖະນະ​ໂຍບາຍ​ໃໝ່, ຊ່ວຍ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ມີ​ເງື່ອນ​ໄຂ​ສະດວກ ປະກອບກຳລັງ​ເຫື່ອ​ແຮງ​ເຂົ້າ​​ໃນ​ການສ້າງສາ​ປະ​ເທດ​ຊາດ. ທ່ານ ຫງວຽນ​ງ້ອກຮ໋ານ ຮອງ​ປະທານ​ສະ​ມາ​ຄົມ​ຊາວ ​ໄທ ​ເຊື້ອ​ຊາດ ຫວຽດນາມ ຢູ່ ບາງ​ກອກ ​ແບ່ງປັນ​ວ່າ:

        “ພາຍຫລັງ​ກອງ​ປະຊຸມ​ໃຫຍ່​ປະ​ສົບ​ກັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ 2 ປະ​ເທດ ຫວຽດນາມ ​ແລະ ​ໄທ ຈະ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນຊາວ ຫວຽດນາມ ​ຢູ່ ​ໄທ ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກ​ປະຕິກ່ວາ. ພໍ່​ແມ່​ປະຊາຊົນ​ຢູ່ ​ໄທ ຍາມ​ໃດ​ກໍ່​ເຮັດ​ບັນດາວຽກ​ງານ​ທີ່ດີ ​ແລະ ຍາມ​ໃດ​ກໍ່​ອວາຍໜ້າ​​ເມືອ​ຫາປະ​ເທດ​ຊາດ. ຂ້າພະ​ເຈົ້າ​ຫວັງ​ວ່າ ​ໃນ​ອະນາ​ຄົດຢູ່ ບາງ​ກອກ ຈະ​ມີ​​ໂຮງຮຽນທີ່​ສອນ​ດ້ວຍ​ພາສາ ຫວຽດນາມ”.

        ພັກ​ກອມ​ມູນິດ ຫວຽດນາມ ກຳນົດ​ແຈ້ງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນພາກ​ສ່ວນ​ໜຶ່ງທີ່ບໍ່​ສາມາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດນາມ ​ໄດ້. ບົນ​ຈິດ​ໃຈ​ນັ້ນ, ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່ ​ໄທ ຕັ້ງໜ້າ​ຮ່ຳຮຽນ, ອອກ​ແຮງ​ງານ, ພ້ອມ​ທັງ ຝາກຝັງຄວາມ​ເຊື່ອ​ໝັ້ນ​ກ່ຽວ​ກັບ ຫວຽດນາມ ນັບ​ມື້​ນັບ​ຮັ່ງມີ ​ແລະ ​ເຂັ້ມ​ແຂງ ​ແລະ ພັດທະນາບືນ​ຕົວ​ຂຶ້ນ.

ຂ່າວ/ບົດ​ອື່ນ