ຊາວຫວຽດນາມອາໄສຢູ່ໄທສະເຫຼີມສະຫຼອງວັນຊາດທີ2/9

ຊາວຫວຽດນາມອາໄສຢູ່ໄທສະເຫຼີມສະຫຼອງວັນຊາດທີ2/9 - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດ ຫວຽດນາມ ຢູ່​ນະຄອນ​ຫລວງ ບັງ​ກອກ
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 30/8, ຊາວ ຫວຽດນາມ ອາ​ໄສ​ຢູ່​ ໄທ ນັບ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນຊາດ ຫວຽດນາມ (2/9/1945 – 2/9/2015) ຢູ່​ນະຄອນ​ຫລວງ ບັງ​ກອກ. ພິທີ​ສະ​ເຫຼີ​ມສະຫຼອງ ​ໂດຍ​ສະມາຄົມ​ຊາວ ​ໄທ ​ເຊື້ອ​ຊາດ ຫວຽດນາມ ຢູ່ ບັງ​ກອກ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ​ໄທ, ທ່ານ ​ຟ້າ​ມ​ແທງ​ນາມ ທີ່​ປຶກສາ​ການ​ເມືອງ ສະຖານທູດ ຫວຽດນາມ ປະຈຳ ​ໄທ ຢືນຢັນ​ວ່າ: ຜ່ານ​ຊຸມ​ເດືອນ​ປີ​​ແຫ່ງປະຫວັດ​ສາດ, ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ ຢູ່ ​ໄທ ​ໄດ້​​ເຕີບໃຫຍ່​ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລ​ະ ​ໄດ້​ຢັງຢືນ​ທີ່​ຕັ້ງ​ບົດບາດ​ແມ່ນ​ປະຊາ​ຄົມ​ຕັ້ງໜ້າ, ມີ​ການ​ປະກອບສ່ວນຫລາຍ​ຢ່າງ​ໃຫ້​ການພັດທະນາ​ເສດຖະກິດ - ສັງຄົມຂອງ ​ໄທ. ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໄທ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ, ປະກອບສ່ວນ​ບໍ່ໜ້ອຍ​ເຂົ້າ​​ໃນ​ການ​ພົວພັນອັນ​ດີງາມ​ທີ່​ສຸດ​ລະຫວ່າງ 2 ປະ​ເທດ.

        ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ພໍ່​ແມ່​ປະຊາຊົນ​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ​ໄທ ​ໄດ້ຮັບ​ຊົມ​ລາຍການ​ສະ​ແດງສິລະ​ປະ​ທີ່​ເອກະລັກ​ສະ​ເພາະ​ ໂດຍບັນດາ​ນັກ​ສິລະ​ປິນ​ໂຮງ​ລະຄອນ​ ​ກອງທັບ ຫວຽດນາມ ມາສະ​ແດງ.

ຂ່າວ/ບົດ​ອື່ນ