ຊາວຫວຽດນາມໃນທົ່ວປະເທດຕ້ອນຮັບບຸນປີໃໝ່ປີມະເມຍ 2014

ຊາວຫວຽດນາມໃນທົ່ວປະເທດຕ້ອນຮັບບຸນປີໃໝ່ປີມະເມຍ 2014  - ảnh 1
ລາຍການສະແດງສີລະປະຢູ່ ຮ່າໂນ້ຍ
(ພາບ: Minh Đức - TTXVN)

(vovworld) - ຄຳ່​ຄືນ​ວັນ​ທີ 30/1, ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ ດ້ວຍ​ການ​ຍິງ​ບັ້ງ​ໄຟ​ດອກ​ທີ່​ມີ​ສີ​ຫຼາກ​ຫຼາຍ ດ້ວຍ​ຄວາມ​ປາຖະໜາ, ປີ​ໃໝ່​ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ ​ແລະ ສຳ​ເລັດ​ຜົນ.

​        ໃນ​ບັນຍາກາດ​ຕ້ອນຮັບ​ປີ​ໃໝ່, ອ້າຍ ​ໂງ​ງອກ​ດຽນ, ຊາວ​ເມືອງ ບາ​ດິ່ງ, ຮ່າ​ໂນ້ຍປາຖະໜາ​ວ່າ:

        “ຕາມ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດນາມ​ແລ້ວ, ຕ່າງ​ກໍ່​ປາຖະໜາ​ຢາກ​ມີ​ອະນາ​ໄມ​ສົມ​ບຸນ, ຄອບຄົວ​ມີ​ຄວາມ​ຜາ​ສຸກ ​ແລະ ​ໂຊກ​ດີ. ປີ​ໃໝ່​ນີ້, ຂ້າພະ​ເຈົ້າ​ປາຖະໜາ​ວ່າ​ເສດຖະກິດ​ຈະ​ພັດທະນາ​ກວ່າ​ອີກ​ ​ເພື່ອ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ຈະ​ເລີ​ນກ​ວ່າ​ເກົ່າ“.

        ຢູ່​ນະຄອນ ​ເຫວ໋ ທາງ​ພາກ​ກາງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສົ່ງ​ທ້າຍ​ປີ​ເກົ່າຕ້ອນຮັບປີ​ໃໝ່​ຢູ່​ສະໜາມ​ຫຼວງ ງໍ້​ມົນ, ​ແຄມ​ແມ່​ນຳ້ ​ເຮືອງ, ດ້ວຍ​ລາຍການ​ສະ​ແດງ​ດົນຕີ​ໃນ​ພະລາດ​ຊະ​ວັງ ​ແລະ ຟ້ອນ​ລຳ​ທຳ​ເພງ  “ອວຍພອນ​ພັກ, ອວຍພອນ​ລະດູບານ​ໃໝ່“, ອັນ​ໄດ້​ນຳ​ມາ​ເຊິ່ງບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ.

        ຢູ່​ນະຄອນ​ດ່າ​ນັ້ງ, ກໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ ສິລະ​ປະ 28 ຢ່າງ. ກົງ​ກັບ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປະ​ໃໝ່, ທ້ອງຟ້າ​ດ່າ​ນັ້ງມີ​ຄວາມ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມກວ່າດ້ວຍ​ການ​ຍິງ​ບັ້ງ​ໄຟ​ດອກ​ກວ່າ 2000 ໜ່ວຍ ​ໃນ​ເວລາ 15 ນາທີ, ອັນ​ໄດ້​ສ້າງ​ບັນຍາກາດຄຶກຄື້ນ​ໃນ​ລະດູບານ​ໃໝ່.

        ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ໄດ້​ຍິງ​ບັ້ງ​ໄຟ​ດອກ​ຢູ່ 6 ສະຖານ​ທີ່. ປ້າ ​ເຈິ່ນທິ​ແທງ​ຖູ​ຍ, ຊາວ​ເມືອງ 5, ຜູ້​ຕ້ອນຮັບ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຢູ່​ຖະໜົນ​ດອກ​ໄມ້ ຫງວຽນ​ເຮ້, ​ເວົ້າ​ວ່າ:

        “ບຸນປີ​ໃໝ໋ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຄື​ແນວ​ນີ້​ແມ່ນ​ດີ​ຫຼາຍ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ກໍ່​ຮູ້​ສຶກມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ. ກ້າວ​ເຂົ້າ​ສູ່​ປີ​ໃໝ່​ຂ້າພະ​ເຈົ້າ​ປາ​ຖະໜາວ່າ ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ສະຫງົບ​ສຸກ, ນະຄອນ​ນັບ​ມື້​ນັບ​ພັດທະນາ​ກວ່າ​ອີກ“.

        ບັນດາ​ແຂວງ​ໃນ​ເຂດ​ພູດ​ອຍທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຄື​ແຂວງ​ລາວ​ກາຍ, ດ້ຽນບຽນ, ​ແລະ ລາຍ​ເຈົາ ກໍ່​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ໃນ​ຄວາມ​ເບີກບານ​ມ່ວນ​ຊື່ນ. ພິ​ເສດ​ປີ​ນີ້​ຢູ່​ແຂວງ​​ເຫຼົ່າ​ນັ້ນ​ໄດ້​ຈັດ​ຕັ້ງ​ການ​ຍິງ​ບັ້ງ​ໄຟ​ດອກ​ຢູ່​ຫຼາຍ​ແຫ່ງ, ດັ່ງ​ນັ້ນ​ປະຊາຊົນ​ຊາວ​ຊົນ​ເຜົ່າ​ກໍ່ໄດ້​ຮັບຊົມ​ບັ້ງ​ໄຟ​ດອກ.

        ຢູ່​ແຂວງ​ກ່າ​ເມົາ, ​ເຂດ​ໃຕ້​ສຸດ​ຂອງ​ຫວຽດນາມ ກໍ່​ຈັດ​ຕັ້ງ​ການ​ຍິງ​ບັ້ງ​ໄຟ​ດອກ​ຢູ່​ເມື​ອງຕ່າງໆ ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ໃນ​ແຂວງ ບົນ​ຈິດ​ໃຈ​ສັງຄົມ​ຮັບຜິດຊອບ​ບໍ່​ນຳ​ໃຊ້​ງົບປະມານ​ຂອງ​ລັດ. ດັ່ງ​ນັ້ນ 8/9 ​ເມືອງ, ນະຄອນ​ໃນ​ແຂວງ​ຈັດ​ຕັ້ງ​ການ​ຍິງ​ບັ້ງ​ໄຟ​ດອກ.

ຂ່າວ/ບົດ​ອື່ນ