ຊາວອັງກິດສ່ວນຫຼາຍຢາກອອກຈາກEU

ຊາວອັງກິດສ່ວນຫຼາຍຢາກອອກຈາກEU - ảnh 1
(ພາບ​ປະ​ກອບ)

(vovworld) - ໝາກ​ຜົນ​ການ​ຢັ່ງ​ຫາງ​ສຽງ​ຂອງ ORB International ປະ​ກາດ​ໃນ​ວັນ​ທີ 24/11 ຊີ້​ໃຫ້​ເຫັນ​ວ່າ, ເປັນ​ຄັ້ງ​ທຳ​ອິດ​ຊາວ​ອັງ​ກິດ ສະ​ໜັບ​ສະ​ໜູນ​ເລື່ອງ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ (EU) ກວມຈຳ​ນວນ​ສ່່ວນ​ຫຼາຍ. ລະ​ອຽດ​ແ​ມ່ນ: ມີ 52% ໃນ​ຈຳ​ນວນ 2.000 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ຢັ່ງ​ຫາງ​ສຽງ​ໃນ​ອາ​ທິດ​ຜ່ານ​ມາ​ໄດ້ເວົ້າ​ວ່າ​ເຂົາ​ເຈົ້າ​ຢາກ​ອອກ​ຈາກ EU ແລະ ມີ​ພຽງ 48% ມີ​ທັດ​ສະ​ນະ​ກົງ​ກັນ​ຂ້າມ. ໝາກ​ຜົນ​ດັ່​ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ຫາງ​ສຽງ​ອັງ​ກິດ ສຳ​ລັບ​ເລື່ອງ​​ປະ​ເທດ​ສືບ​ຕໍ່​ເປັນ​ສະ​ມ​າ​ຊິກ​ ຫຼື ​ອອກ​ຈາກ EU ໄດ້​ມີ​ການ​ປ່ຽນ​ແປງ​ພໍ​ສົມ​ຄວນ. ໃນ​ບັນ​ດາ​ການ​ຢັ່ງ​ຫາງ​ສຽງ​ເມື່ອ​ເດືອນ 6,7 ແລະ 9 ຜ່ານ​ມາ, ຍັງ​ມີ 55% ຈຳ​ນວນ​ຜູ້​ຖືກ​ຖາມ​ຢືນ​ຢັນ​ວ່າ ​ເຂົາ​ເຈົ້າ​ຢາກ​ໃຫ້​ອັງ​ກິດ​ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ຂອງ EU ຄື​ເກົ່າ. ຕາມ​ໝາກ​ຜົນ​ການ​ຢັ່ງ​ຫາງ​ສຽງ​ເມື່ອ​ເດືອນ 10, ອັດ​ຕາ​ສ່ວນສະ​ໜັບ​ສະ​ໜູນ​ອັງ​ກິດ​ເປັນ​ສະ​ມາ​ຊິກ EU ​ຖືກ​ຫຼຸດ​ລົງ​ພຽງ 53%.

ຂ່າວ/ບົດ​ອື່ນ