ຊາວອາເມລິກາ ເປັນຈຳນອນຫຼວງຫາຍ ບໍ່ເຊື່ອຕໍ່ບັນດາຄຳເສກສັນປັ້ນແຕ່ງກ່ຽວກັບຫວຽດນາມ

ຊາວອາເມລິກາ ເປັນຈຳນອນຫຼວງຫາຍ ບໍ່ເຊື່ອຕໍ່ບັນດາຄຳເສກສັນປັ້ນແຕ່ງກ່ຽວກັບຫວຽດນາມ - ảnh 1
ທ່ານ​ອະດີດ​ທະຫານ​ອາ​ເມ​ລິ​ກາ Andre Sauvageot
(ພາບ: qdnd.vn)


(vovworld) - ຊາວ​ອາ​ເມ​ລິ​ກາ ​ເປັນ​ຈຳ​ນອນ​ຫຼວງ​ຫາຍ​ ບໍ່​​ເຊື່ອ​ຕໍ່ບັນດາ​ຄຳ​​ເສກ​ສັນ​ປັ້ນ​ແຕ່ງ​ກ່ຽວ​ກັບ​ຫວຽດນາມ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງທ່ານ​ອະດີດ​ທະຫານ​ອາ​ເມ​ລິ​ກາ Andre Sauvageot ຕໍ່​ນັກ​ຂ່າວໜັງ​ສື່​ພິມ ກວນ​ໂດ້ຍ​​ເຍີນ​​ເຢີນ (ສຽງ​ຂອງກອງທັບ​ປະຊາຊົນຫວຽດນາມ) ​ເມື່ອ​​ໄດ້​ຍິນ​ຂ່າວ​ວ່າ ມີກຸ່ມ​ຄົນ​ໜຶ່ງ​ໄດ້​ເຕົ້າ​ໂຮມກັນ​ຢູ່ ​ເຊີ​​ແນ​ວ ​ເພື່ອຄັດ​ຄ້ານຫວຽດນາມ ສະ​ເໜີ​ບົດ​ລາຍ​ງານ​ກົນ​​ໄກ​ທົບ​ທວນປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ. ຕາມ​ທ່ານ Andre Sauvageot ​ແລ້ວ, ດ້ວຍ​ປະສົບ​ການ​ທີ່​ກ່ຽວ​ຂອງ​ເຖິງ​ຫວຽດນາມ ກວ່າ 50 ປີ, ທ່ານ​ສາມາດ​ຢືນຢັນ​​ໄດ້ວ່າ ບັນດາ​ຄວາມ​ມາ​ນະພະ​ຍາ​ຍາມ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ເພື່ອ​ປັບປຸງ​ບັນຫາ​ສິດທິ​ມະນຸດ​ ​ກໍ່​ຄືໃນຂົງ​ເຂດ​ອື່ນໆ​ ​ແມ່ນ​ໜ້າ​ເຄົາລົບ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ເລື່ອງ​ຫວຽດນາມ ເອົາ​ໃຈ​ໃສ່​ເຖິງ​ນະ​​ໂຍບາຍປັບປຸງຊີວິດ​ການ​ເປັນ​ຢູ່ ​ແລະ ລາຍ​ຮັບ​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ພິ​ເສດ, ຫວຽດນາມ ​ໄດ້​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ເປັນ​ຢ່າງ​ດີ; ຄວາມ​ເສລີ​ໃນ​ການ​​ເຊື່ອ​ຖື, ສາສະໜາ ​ໄດ້​ຮັບ​ການ​ຮັບປະກັນ.

        ​ແຕ່​ວ່າ, ຕາມ​ທ່ານ Andre Sauvageot ​ແລ້ວ, ກໍ່​ເຊັນ​ດຽວ​ກັນ​ກັບ​ບັນດາ​ປ​ະ​ເທດ​ອື່ນໆ, ຫວຽດນາມ ກໍ່ມີ​ຄວາມຈຳ​ເປັນຕ້ອງ​ຮັບປະກັນ​ຄວາມ​ສະຫງົບປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ. ຍ້ອນ​ເຫດ​ນັ້ນ, ບໍ່​ມີ​ຍັງ​ແປກ​ປະ​ຫຼາດ​ເມື່ອ​ຫວຽດນາມ ຮັບປະກັນ​ສິດ​ເສລີ​ຂອງ​ປະຊາຊົນໃນ​ຂອບ​ເຂດ​ຂອງ​ກົດໝາຍ.

ຂ່າວ/ບົດ​ອື່ນ