ຊາວເກຼກ ໄປຖອນເງິນ ຈາກທະນາຄານ ເປັນຈຳນວນຫຼາຍ


ຊາວເກຼກ ໄປຖອນເງິນ ຈາກທະນາຄານ ເປັນຈຳນວນຫຼາຍ - ảnh 1

(ພາບ:vietbao.vn)

( vovworld )- ຊາວ​ເກຼກ ພວມ​ພາກັນ​ໄປ​ຖອນ​ເງິນ​ອອກ​ຈາກ​ບັນດາ​ທະນາຄານ ພ້ອມ​ທັງ​ສະ​ສົມ​ທັນ​ຍາ​ຫານ ຕໍ່ໜ້າ​ສະພາບ​ການ​ເລືອກ​ຕັ້ງທີ່​ເຄັ່ງ​ຕຶ້ງ ​ແລະ ສຳຄັນ ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 17/6 ທີ່​ຈະ​ມາ​ເຖິງ. ສາຍ​ເຫດ​ຍ້ອນ​ວ່າ, ປະຊາຊົນ​ປະ​ເທດ​ນີ້​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ໝາກຜົນ​ຂອງ​ການ​ເລືອກ​ຕັ້ງອາດ​ຈະ​ຍູ້​​ໃຫ້ເກຼກ ອອກ​ຈາກ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ (eurozone). ບັນດາ​ພາລະ​ກອນ​ຢູ່​ທະນາຄານ​ເກຼກ ​ໃຫ້​ຮູ້​ວ່າ, ​ໃນ 2,3 ມື້​ຜ່ານ​ມາ, ​ແຕ່​ລະ​ມື້, ຈຳນວນ​ເງິນ​ຖືກ​ຖອນ​ອອກ​ຈາກ​ບັນດາ​ລະບົບ​ທະນາຄານ​ແມ່ນ​ປະມານ 500 ຫາ 800 ລ້ານ​ເອີ​ໂຣ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຢູ່​ບັນດາ​ຮ້ານ​ຂາຍ​ສິນຄ້າ​ຍ່ອຍ ​ແລະ ລະບົບ​ຮ້ານ​ຊັບ​ພະ​ສິນຄ້າ, ປະຊາຊົນ​ພວມ​ພາກັນ​ຊື້​​ເສັ້ນມີ່​ ​ແລະ ອາຫານກະປ່ອງ ​ເພື່ອ​ສະກັດ​ກັ້ນກໍລະນີ​ຂາດ​ແຄນ​ທັນ​ຍາ​ຫານ ຕໍ່ໜ້າ​ບັນດາ​ການ​ຄາດ​ຄະ​ເນ​ວ່າ ​ເກຼກ ອາດ​ຈະ​ປະລະສະກຸນ​ເງິນ​ເອີ​ໂຣ ກັບ​ຄື​ນມາໃຊ້​ເງິນ​ເກົ່າ​ຂອງ​ປະ​ເທດ​ຕົນ ຖ້າ​ຫາກ​ວ່າ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Alexis Tsipras ການ​ນຳ​ພັກ​ປະຊາ​ທິປະ​ໄຕ​ຝ່າຍ​ຊ້າຍ Syriza ​ໄດ້ຮັບ​ໄຊຊະນະ​ໃນ​ການ​ເລື​ອກຕັ້ງຄັ້ງນີ້. ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ຄັ້ງຫລ້າ​ສຸດ​ໃຫ້​ເຫັນ​ວ່າ ພັກ​ປະຊາທິປະ​ໄຕ​ໃໝ່ ສະໜັບສະໜູນບ້ວງ​ເງິນ​ໜູນ​ຊ່ວຍ​ຂອງ​ສະຫະພາບ​ເອີ​ລົລ  EU ​ແລະ ກອງ​ທຶນ​ເງິນຕາ​ສາກົນ  IMF ພວມ​ຖືກ​ຝ່າຍ Syriza ຕິດຕາມ.


ຂ່າວ/ບົດ​ອື່ນ