ຊາວໄທວິຕົກກັງວົນກ່ຽວກັບວິທີລັດຖະບານບໍລິຫານເສດຖະກິດ

ຊາວໄທວິຕົກກັງວົນກ່ຽວກັບວິທີລັດຖະບານບໍລິຫານເສດຖະກິດ - ảnh 1
(ພາບ​ປະ​ກອບ: AFP)

(vovworld) - ​ໝາກ​ຜົນ​ການ​ສຳ​ຫຼວດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ດູ​ສີ​ດ ທີ່​ຫາ​ກໍ​ປະ​ກາດ​ໂດຍ​ໃຫ້​ຮູ້​ວ່າ, ຊາວ​ໄທ​ ສ່ວນ​ຫຼາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ນຳ​ຈວນ 5 ບັນ​ຫາ​ເຊິ່ງ​ລັດ​ຖະ​ບານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣະ​​ຢຸດ ຈັນ​ໂອ​ຈາ ພວ​ມ​ປະ​ເຊີນ​ໜ້າ, ເຂົາ​ເຈົ້າ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ທີ່​ສຸດ​ກ່ຽວ​ກັບ​ວິ​ທີ​ລັດ​ຖະ​ບານບໍ​ລິ​ຫານ​​​ພື້ນ​ຖານເສດ​ຖະ​ກິດ. ໃນ​ຈຳ​ນວນ 1.000 ຄົນ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ໃນ​ທົ່ວ​ປະ​ເທດ ໃນ​ລະ​ຫວ່າງວັນ​ທີ 17 – 21/04 ຜ່ານ​ມາ, ມີ 88% ໄດ້​ໃຫ​້​ຄຳ​ຕອບ​ວ່າ ​ເລື່ອງລັດ​ຖະ​ບານບໍ່​ສາ​ມາດ​ແກ້​ໄຂ​ບັນ​ດາ​ບັນ​ຫ​າ​ເສດ​ຖະ​ກິດ ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ທີ​ສຸ​ດ. ການ​ສໍ້​ຫຼາດ​ບັງ​ຫຼວງ​ແມ່ນ​ບັນ​ຫາ​ດຶງ​ດູດ​ຄວາມ​ສົນ​ໃຈ​ທີ 2 ດ້ວຍ 77% ຈຳ​ນວນ​ຜູ້​ຖືກ​ຖາມ. ການ​ປະ​ທະ​ກັນ​ດ້ານ​ການ​ເມືອງຢືນ​ອັນ​ດັບ​ທີ 3 ດ້ວຍ​ 71% ຈຳ​ນວນ​ຜູ້​ຖືກ​ຖາມ ແລະ ປະ​ມານ 65% ຈຳ​ນວນ​ຜູ້​ຖືກ​ຖາມ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກົດ​ໝາຍ, ພິ​ເສດ​ແມ່ນ​ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣ​ະ​ຢ​ຸດ ຈັນ​ໂອ​ຈາ ມີ​ສິດ​ອຳ​ນາດ​ສູງ​ສຸດ​ຕາມ​ຂໍ້​ມາດ​ຕາ 44 ຂອງ​ລັດ​ຖະ​ທຳ​ມະ​ນູນ​ຊົ່ວ​ຄາວ 2014.

ຕອບກັບ

ຂ່າວ/ບົດ​ອື່ນ