ຊາວໜຸ່ມ ກູບາ ຈັດຕັ້ງພິທີແຫ່ທວນໄຟ ສະເຫຼີມສະຫຼອງ 165 ປີແຫ່ງວັນຄ້າຍວັນເກີດ Jose Marti

(VOVWORLD) - ຕອນຄ່ຳວັນທີ 27 ມັງກອນ (ຕາມເວລາທ້ອງຖິ່ນ), ນັກສຶກສາ, ນັກຮຽນນັບພັນຄົນ ໄດ້ເຂົ້າຮ່ວມໃນພິທີແຫ່ທວນໄຟທີ່ເປັນມູນເຊື້ອ 
ຊາວໜຸ່ມ ກູບາ ຈັດຕັ້ງພິທີແຫ່ທວນໄຟ ສະເຫຼີມສະຫຼອງ 165 ປີແຫ່ງວັນຄ້າຍວັນເກີດ Jose Marti - ảnh 1 ຊາວໜຸ່ມ ກູບາ ຈັດຕັ້ງພິທີແຫ່ທວນໄຟ ສະເຫຼີມສະຫຼອງ 165 ປີແຫ່ງວັນຄ້າຍວັນເກີດ Jose Marti (ພາບ: laoferta)

ເຊິ່ງໄດ້ຈັດຕັ້ງຢູ່ນະຄອນຫລວງ ລາ ຮາບານາ ເພື່ອເຊີດຊູນັກວິລະຊົນຂອງຊາດ ກູບາ Jose Marti, ເນື່ອງໃນໂອກາດສະເຫຼີມສະຫຼອງ 165 ປີແຫ່ງວັນຄ້າຍວັນເກີດ Jose Marti (1853 – 2018). ນຳໜ້າພິທີແຫ່ທວນໄຟແມ່ນທ່ານປະທານ ກູບາ Raul Castro Ruz.

        ໃນບົດກ່າວປາໄສກ່ອນທີ່ດຳເນີນພິທີແຫ່ທວນໄຟ, ທ່ານປະທານສະຫະພັນນັກສຶກສາມະຫາວິທະຍາໄລ ກູບາ (FEU) Raul Alejandro Palmero ຢັ້ງຢືນວ່າ ລຸ້ນໜຸ່ມ ກູບາ ຍາມໃດກໍ່ຈົ່ງຮັກພັກດີຕໍ່ນ້ຳໃຈສາມັກຄີ ແລະ ລັດທິຕ້ານຈັກກະພັດຂອງນັກວິລະຊົນ Jose Marti.

ຕອບກັບ

ຂ່າວ/ບົດ​ອື່ນ