ຊາວ​ໜຸ່ມ ຫວຽດ​ນາມ ແລະ ຄວາມ​ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ກົນ​ໄກຫຼຸດ​ຜ່ອນ​ກຳ​ລ​ັງທັບຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ຊາວໜຸ່ມໃນໂລກເວົ້າລວມ ແລະ ຊາວໜຸ່ມ ຫວຽດນາມ ເວົ້າສະເພາະ - ຍາມໃດກໍມີຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງສັນຕິພາບຢ່າງຈະແຈ້ງ ແລະ ມີຄວາມປາດຖະໜາຢາກປະກອບສ່ວນເລັກໆນ້ອຍໆເຂົ້າໃນການປົກປັກຮັກສາອະນາຄົດ; ຫວັງວ່າ ການເຂົ້າຮ່ວມຢ່າງມີປະສິດທິຜົນຂອງຊາວໜຸ່ມໃນໄລຍະຈະມາເຖິງ ຈະຊ່ວຍສ້າງກົນໄກຫຼຸດຜ່ອນກຳລັງທັບຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພັດທະນາແບບຍືນຍົງ.
ຊາວ​ໜຸ່ມ ຫວຽດ​ນາມ ແລະ ຄວາມ​ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ກົນ​ໄກຫຼຸດ​ຜ່ອນ​ກຳ​ລ​ັງທັບຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ຜູ້ຕາງໜ້າຊາວໜຸ່ມ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ເນື່ອງໃນໂອກາດວັນຊາວໜຸ່ມສາກົນ 12 ສິງຫາ, ຢູ່ສຳນັກງານ ສປຊ ຢູ່ເຊີແນວ (ປະເທດສະວິດ), ກອງປະຊຸມຫຼຸດຜ່ອຍກຳລັງທັບ (CD) ໄດ້ດຳເນີນກອງປະຊຸມຄົບຄະນະພິເສດ ດ້ວຍຫົວຂໍ້ “ຊາວໜຸ່ມ ແລະ ການຫຼຸດຜ່ອນກຳລັງທັບ” ແບບທາງໄກ ແລະ ໂດຍກົງ.  ທີ່ວາລະປະຊຸມ, ຜູ້ຕາງໜ້າຊາວໜຸ່ມບັນດາປະເທດ ໄດ້ແບ່ງປັນທັດສະນະ, ຄວາມຄິດຂອງຕົນເມື່ອເຂົ້າຮ່ວມ, ສຶກສາ ແລະ ກຳນົດທິດ… ຂອງຊາວໜຸ່ມປັດຈຸບັນໃນບັນຫາຫຼຸດຜ່ອນກຳລັງທັບ. ເອື້ອຍ ຟຸ່ງຈາງລິງ, ນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດ ຮ່າໂນ້ຍ ໄດ້ມີບົດກ່າວປາໄສດ້ວຍຫົວຂໍ້ “ການເຂົ້າຮ່ວມຂອງຊາວໜຸ່ມໃນການຫຼຸດຜ່ອນກຳລັງທັບ”. ໃນນັ້ນໄດ້ເນັ້ນໜັກວ່າ ຊາວໜຸ່ມໃນໂລກເວົ້າລວມ ແລະ ຊາວໜຸ່ມ ຫວຽດນາມ ເວົ້າສະເພາະ - ຍາມໃດກໍມີຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງສັນຕິພາບຢ່າງຈະແຈ້ງ ແລະ ມີຄວາມປາດຖະໜາຢາກປະກອບສ່ວນເລັກໆນ້ອຍໆເຂົ້າໃນການປົກປັກຮັກສາອະນາຄົດ; ຫວັງວ່າ ການເຂົ້າຮ່ວມຢ່າງມີປະສິດທິຜົນຂອງຊາວໜຸ່ມໃນໄລຍະຈະມາເຖິງ ຈະຊ່ວຍສ້າງກົນໄກຫຼຸດຜ່ອນກຳລັງທັບຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ພັດທະນາແບບຍືນຍົງ.


 

ຕອບກັບ

ຂ່າວ/ບົດ​ອື່ນ