ຊາວ​ໜຸ່ມ ຫວຽດ​ນາມ - ໝັ້ນ​ໃຈ​ກ້າວ​ເດີນໄປ

(VOVWORLD) -“ຊາວໜຸ່ມ ຫວຽດນາມ - ໝັ້ນໃຈກ້າວເດີນໄປ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາລະຫວ່າງ ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ກັບ ໄວໜຸ່ມ, ເຍົາວະຊົນ ຫວຽດນາມ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍໃນວັນທີ 16 ມີນາ.
ຊາວ​ໜຸ່ມ ຫວຽດ​ນາມ - ໝັ້ນ​ໃຈ​ກ້າວ​ເດີນໄປ - ảnh 1ການໂອ້ລົມສົນທະນາ "ຊາວໜຸ່ມ ຫວຽດນາມ - ໝັ້ນໃຈກ້າວເດີນໄປ"

ນະທີນີ້, ທ່ານເລຂາທີໜຶ່ງສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ແບ່ງປັນກັບສະມາຊິກຄະນະຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນອະນຸຊົນກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ; ບັນດາໂຄງການ, ກິດຈະກຳເຄື່ອນໄຫວຂອງຄະນະຊາວໜຸ່ມ, ສະມາຄົມ ໃນວຽກງານເບິ່ງແຍງດູແລ, ສຶກສາ, ຝຶກອົບຮົມບຳລຸງສ້າງຄົນລຸ້ນໜຸ່ມ; ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາ, ຮັບເອົາຂໍ້ສະເໜີຂອງສະມາຊິກຄະນະຊາວໜຸ່ມ, ໄວໜຸ່ມເຍົາວະຊົນ, ອະນຸຊົນ.

        ເພື່ອເສີມຂະຫຍາຍແນວຄວາມຄິດ, ຂໍ້ລິເລີ່ມຂອງສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມພາຍໃນ ແລະ ຕ່າງປະເທດ, ທ່ານ ຫງວຽນແອັງຕ໊ວນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສູນກາງຄະນະຊາວໜຸ່ມຈະສືບຕໍ່ຈັດຕັ້ງການເສັງ, ການແຂ່ງຂັນອອນລາຍຜ່ານຖານປະຕູຂໍ້ມູນ, ສາງແນວຄວາມຄິດ, ປະດິດຄິດສ້າງ ຊາວໜຸ່ມ ຫວຽດນາມ ໃຫ້ເປັນຫຼາຍຮູບຫຼາຍແບບກວ່າ, ເຊື່ອມຕໍ່ ແລະ ໜູນຊ່ວຍບັນດາແນວຄວາມຄິດປະດິດຄິດສ້າງ. ທ່ານກ່າວວ່າ:

        “ແຕ່ລະໄລຍະແຕ່ລະໄຕມາດ, ພວກຂ້າພະເຈົ້າຈະເລືອກເອົາແຜນຮ່າງແນວຄວາມຄິດທີ່ມີຄວາມໝາຍແທດຈິງທີ່ສຸດ, ມອບໝາຍໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫຼືອົງການກ່ຽວຂ້ອງ ພິຈາລະນາ ເພື່ອໝູນໃຊ້, ບົນພື້ນຖານຮັບປະກັນສິດຊັບສິນທາງປັນຍາ. ກົນໄກເບື້ອງຕົ້ນໃນປັດຈຸບັນຢູ່ຖານປະຕູຂໍ້ມູນ ແມ່ນໃນໄລຍະຈະມາເຖິງ ຈະເຮັດແນວໃດເພື່ອເຊື່ອມຕໍ່ບັນດາຜູ້ມີຄວາມເກັ່ງກ້າສາມາດ, ມີຄວາມຕ້ອງການຮ່ວມມື”.

        ນອກຈາກນັ້ນ ທາງສູນກາງຄະນະຊາວໜຸ່ມ ກໍພວມສົມທົບກັບ ອົງການ UNESCO  ປະຈຳ ຫວຽດນາມ ເປີດຊຸດຝຶກອົບຮົມບຳລຸງສ້າງ ເພື່ອຍົກສູງກຳລັງຄວາມສາມາດໃນການປະຕິບັດ ແລະ ຫັນເປັນດີຈີຕອນ ໃຫ້ແກ່ ຊາວໜຸ່ມ ຫວຽດນາມ. 

ນັກຂ່າວ ທູຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ