ຊາວໜຸ່ມກຸ່ມບັນດາອົງການສື່ມວນຊົນ ຢ້ຽມຢາມ,ມອບຂອງຂວັນໃຫ້ປະຊາຊົນ ເຂດພູດອຍວິຊວຽນ-ຮ່າຢາງ

ຊາວໜຸ່ມກຸ່ມບັນດາອົງການສື່ມວນຊົນ ຢ້ຽມຢາມ,ມອບຂອງຂວັນໃຫ້ປະຊາຊົນ ເຂດພູດອຍວິຊວຽນ-ຮ່າຢາງ - ảnh 1

ມອບ​ຂອງຂວັນ​ຢູ່​ໂຮງຮຽນ​ກວາງ​ເງິນ

(ພາບ: vov.vn)

(vovworld)- ​​ຄະນະ​ຊາ​ວໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນວິທະຍຸ​ກະຈາຍສຽງ​ຫວຽດນາມ ຫາ​ກໍ່​ຈັດ​ລາຍການ​ກຸສົນ​ຢູ່​ຕາ​ແສງ​ກວາງ​ເງິນ, ​ເມືອງ​ວິ​ຊວຽນ, ​ແຂວງ​ຮ່າ​ຢາງ ​ແຕ່​ວັນ​ທີ 22-24/3. ​ລາຍການ​ໄດ້​ດຳ​ເນີນ​ໄປ​ໃນ​ເດືອນ​ຊາວ​ໜຸ່ມ (3/2013) ​ແລະ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ (26/3/1931-26/3/2013). ນະ​ທີ່​ນີ້, ​ໄດ້​ຈັດ​ໃຫ້​ມີ​ການ​ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນ​ດີ​ເດັ່ນຂອງ​ໂຮງຮຽນ​ປະຖົມ ​ແລະ ມັດທະຍົມ​ຕ​ອນຕົ້ນວິ​ຊວຽນ 10 ຄົນ, ມອບ​​ເຄື່ອງ​ອຸປະກອນ​ການ​ຮຽນການ​ສອນໃຫ້​ແກ່​ໂຮງຮຽນ, ສົມທົບ​ກັບ​ບັນດາ​ທ່ານໝໍ​ໂຮງໝໍ​ແບກ​ມາຍ ​ເພື່ອ​ກວດ ​ແລະ​ ປິ່ນປົວ​ພະຍາດ, ສະໜອງ​ຢຸກຢາ​ໃຫ້​ແກ່​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກຫລີກ ​ເຂດ​ພູດ​ອຍ​ໃນ​ບໍລະ​ເວນ​ຕາ​ແສງ​ກ່ວາ 200 ຄົນ. ​ເອື້ອຍຟ່ານທິນົ້ນ (Phàn Thị Nộn) ບ້ານ​ໄກ​ເຈົ້າ (Quẩy Chậu) ​ໃຫ້ຮູ້​ວ່າ:

   “ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ ຍ້ອນ​ວ່າ​ບັນດາ​ທ່ານໝໍ​ໄດ້​ກວດ​ພະຍາດ​ໃຫ້​ແກ່​ຂ້າພະ​ເຈົ້າ. ບັນດາ​ທ່ານໝໍ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ທີ່​ສຸດ ​ແລະ ​ໄດ້​ສະໜອງ​ຢຸກຢາ​ໃຫ້​ຂ້າພະ​ເຈົ້າອີກ​ດ້ວຍ

ຊາວໜຸ່ມກຸ່ມບັນດາອົງການສື່ມວນຊົນ ຢ້ຽມຢາມ,ມອບຂອງຂວັນໃຫ້ປະຊາຊົນ ເຂດພູດອຍວິຊວຽນ-ຮ່າຢາງ - ảnh 2

ກວດ​ພະຍາດ​ໃຫ້​ປະຊາຊົນ

(ພາບ: vov.vn)

   ອ້າຍ​ຫວູຕາຍ​ຢູງ ຮອງ​ເລຂາ​ຄະນະຄະນະ​ຊາ​ວໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​​​ເດີນທາງ​ທີ່​ມີຄວາມ​ໝາຍ ຊ່ວຍ​ໃຫ້​ບັນດາ​ສະມາຊິກ​ຊາວ​ໜຸ່ມກຸ່ມ​ບັນດາ​ອົງການ​ສື່​ມວນ​ຊົນສູນ​ກາງ ​ເຂົ້າ​ໃຈ​ຕື່ມ​ອີກ​ບັນດາ​ຄວາມ​ຫຍຸ້ງຍາກ​ລຳ​ບາກ​ຂອງ​ປະຊາຊົນ​ເຂດ​ຫ່າງ​ໄກ, ຈາກ​ນັ້ນ ​ເສີມ​ຂະຫຍາຍ​ນ້ຳ​ໃຈປະຈັນບານ, ຮ່ວມ​ເດີນທາງ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກຫລີກ​ໃນ​ທົ່ວ​ປະ​ເທດ​​ໃຫ້ຫຼາຍ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ