ຊາວໜຸ່ມຕ້ອງສົມເປັນກອງສຳຮອງທີ່ໄວ້ເນື້ອເຊື່ອໃຈຂອງພັກ

ຊາວໜຸ່ມຕ້ອງສົມເປັນກອງສຳຮອງທີ່ໄວ້ເນື້ອເຊື່ອໃຈຂອງພັກ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: thanhnien.vn)

(vovworld) – ວັນ​ທີ 29/08, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ​ຊາວ​ໜຸ່ມ​ດີ​ເດັ່ນ​​ທີ່ປະ​ຕິ​ບັດ​ຕາ​ມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ຄັ້ງ​ທີ 4 ປີ 2016. ຢູ່​ທີ່ນີ້, ຄະ​ນະ​ຈັດ​ຕັ້ງ​ໄດ້​ຍ້ອງຍ​ໍ, ມອບ​ຫຼຽນ​ກາ​ທີ່​ລະ​ນຶກໃຫ້​ຜູ້​ແທນ​ຊາວ​ໜຸ່ມ​ດີ​ເດັ່ນ 20 ຄົນ​ທີ່ປະ​ຕິ​ບັດ​ຕາ​ມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ​ໄລ​ຍະ 2014 – 2016.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ເນັ້ນ​ໜັກ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຍາມ​ໃດ​ກໍ່​ມ​ີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຕໍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູນ​ິດ​ໂຮ່​ຈິ​ມິນ ແລະ ລຸ້ນ​ໜຸ່ມ​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ​້ອງ ປາດ​ຖະ​ໜາ ແລະ ເຊື່ອ​ໝັ້ນ​ວ່າ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ຍາ​ມ​ໃດ​ກໍ່​ສົມ​ເປັນ​ກອງ​​ສຳ​ຮອງຂອງ​ພັກ, ແມ່ນກອງ​ປະ​ຈັນ​ບານ​ຂອງ​ການປະ​ຕິ​ວັດ​ຕະ​ຫຼອດ​ການ; ຊາວ​ໜຸ່ມ​ແມ່ນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ໃນ​ອະ​ນາ​ຄົດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ຊີ້​ແຈ້ງວ່າ.

        “ຄະ​ນະ​ຊາວ​ໜຸ່ມ​ທຸກ​ຂັ້ນ​ໄດ້​ນຳ​ໃຊ້​ການ​ສ້າງ​ມາດ​ຕະຖານ​ຄຸນ​ສົມ​ບັດຢ່າງ​ມີ​ຫົວ​ຄິ​ດ​ປະ​ດິດ​ສ້າງ ແລະ ​ເປັນ​ລະ​ອຽດ​ ຕາມ​ແນວ​ຄິດ, ແບບ​ຢ່າງ​ປະ​ທານ​ໂຮ່​ຈິ​ມິນ ເໝາະ​ສົມ​ກັບ​ເງື່ອ​ນ​ໄຂ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ຫົວ​ໜ່ວຍ, ຊົນ​ຊັ້ນ​ຊາວ​ໜຸ່ມເຍົາ​ວະ​ຊົນຊັ້ນ​ຕ່າງໆ; ​ນຳ​ເອົາ​ບັນ​ດາ​ເນື້ອ​ໃນ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ປະ​ທານ​ໂຮ່​ຈິ​ມິນ ​ເຂົ້າໃນ​ບັນ​ດາ​ລາຍ​ການ, ຂະ​ບວນ​ການ, ບັ້ນ​ຂົນ​ຂວາຍ​ຂອງ​ຄະ​ນະ​ຊາວ​ໜຸ່ມ, ສະ​ມາ​ຄົມ, ກອງ​ຊາວ​ໜຸ່ມ ດ້ວຍ​ຫຼາຍ​ຮູບ​​ການ, ວິ​ທີ​ປະ​ຕິ​ບັດ​ທີ່​ເໝາະ​ສົມ. ຜ່ານນັ້ນ, ວຽກ​ງານ​ສຶກ​ສາ​ຊາວ​ໜຸ່ມ​ເຍົາ​ວະ​ຊົ​ນກໍ່ໄດ້​ຮັບ​ກາ​ນ​ຍູ້​ແຮງ; ຂະ​ບວນ​ການ​ມີ​ບາດ​ກ້າວ​ພັດ​ທະ​ນາ​, ອົງ​ການ​​ຊາວ​ໜຸ່ມ​ຂັ້ນ​​ຮາກ​ຖານ​ໄດ້​ຮັບ​ການ​ປັບ​ປຸງ…​ໄດ້​​ປະ​ກົດ​ມີ​ຫຼາຍ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ຊີ​ວິ​ດ​ສັງ​ຄົມ”.

ຂ່າວ/ບົດ​ອື່ນ