ຊາວໜຸ່ມ,ນັກສຶກສາຫວຽດນາມກັບ“ອ້ອມຮອບປະເທດອາເມລິກາ”ຄັ້ງທີ3

ຊາວໜຸ່ມ,ນັກສຶກສາຫວຽດນາມກັບ“ອ້ອມຮອບປະເທດອາເມລິກາ”ຄັ້ງທີ3 - ảnh 1
ອ້ອມ​ຮ​ອບປະ​ເທດ​ອາ​ເມ​ລິ​ກາ ຄັ້ງ​ທີ 3
(ພາບປະກອບ:sinhvienusa.org)


​​(vovworld) – ສະມາຄົມ​ຊາວ​ໜຸ່ມ - ນັກ​ສຶກສາ​ຫວຽດນາມ ຢູ່​ອາ​ເມ​ລິ​ກາ ຫາ​ກໍ​ສົມທົບ​ກັບ​ສະມາຄົມ​ຊາວ​ໜຸ່ມ - ນັກ​ສຶກສາ​ຫວຽດນາມ ລັດ Texas ຈັດ​ຕັ້ງ​ເຫດການ​ປະຈຳ​ປີ “​​ອ້ອມ​ຮ​ອບປະ​ເທດ​ອາ​ເມ​ລິ​ກາ ຄັ້ງ​ທີ 3” ຢູ່​ນະ​ຄອນ Austin, ລັດ Texas, ປະ​ເທດ​ອາ​ເມ​ລິ​ກາ, ​ສຳ​ເລັດຜົນ. ​ເຫດການຖືກ​ດຳ​ເນີນ​​ໃນ​ເວລາ 3 ວັນ, ​ແຕ່​ວັນ​ທີ 07 – 09/08, ​ໄດ້​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ, ນັກ​ສຶກສາຫວຽດນາມ ກວ່າ 500 ຄົນທີ່​ມາ​ຈາກ​ທຸກ​ແທບ​ຖິ່ນ​ຢູ່​ອາ​ເມ​ລາ. ​ເຫດການ​ນີ້​ລວມມີ​ບັນດາ​ການ​​ເຄື່ອນ​ໄຫວ​ກິລາ, ວັດທະນະທຳ ​ແລະ ​ການກຸ​ສົນ. ພິ​ເສດ, ຕໍ່​ໜ້າ​ຂໍ້​ມູນທີ່​ວ່າ ປະຊາຊົນ​ແຂວງ​ກວາງ​ນິງ ຖືກ​ເສຍ​ຫາຍຢ່າງ​ໜັກ​ໜ່ວງ​ຈາກ​ໄພ​ທຳ​ມະ​ຊາດ, ຄະນະ​ຈັດ​ຄັ້ງ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ສ້າງ​ກອງ​ທຶນ​ເພື່ອ​ແນ​ໃສ່​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ຂອງ​ປະຊາຊົນ​ກວາງ​ນິງ ​ແລະ ​ສາມາດ​ບໍລິຈາກ​ເງິນ​ໄດ້​ປະມານ 1.300 USD.

ຂ່າວ/ບົດ​ອື່ນ