ຊາວໜຸ່ມ,ນັກສຶກສາຫວຽດນາມອາໄສຢູ່ສ.ເຊັກໂກຊຸກຍູ້ການເຊື່ອມໂຍງ

ຊາວໜຸ່ມ,ນັກສຶກສາຫວຽດນາມອາໄສຢູ່ສ.ເຊັກໂກຊຸກຍູ້ການເຊື່ອມໂຍງ - ảnh 1
(ຊາວ​ໜຸ່ມ,ນັກ​ສຶກ​ສາ​ຫວຽດ​ນາມ​ອາ​ໄສ​ຢູ່
​ສ.ເຊັກ​ໂກ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ)


(vovworld) - ສະ​ມາ​ຄົມ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເຊ​ັກ​ໂກ ໄ​ດ້​ເພີ່ມ​ທະ​ວີ​ຈັດ​ຕ​ັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຊາ​ຄົມ​ຢ່າງ​ແທດ​ຈິງ ເພື່ອ​ຊ່ວຍ​ໃຫ້​ໄວ​ໜຸ່ມ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າກັບປະ​ເທດ​ປະ​ຈຳ​ຖີ່ນ​ຢ່າງ​ເລິກ​ເຊິ່ງກວ່າ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ພ້ອມ​ທັງ​ອ​ວ່າຍ​ໜ້າເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ. ນີ້ິ​ແ​ມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ກຳ​ນົດ​ທິດ​ຕົ້ນ​ຕໍ່​ເຊິ່ງ​ສະ​ມາ​ຄົມ​ຊາວ​ໜຸ່ມ - ນັກ​ສຶກ​ສາ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເຊັກ​ໂກ ໄດ້​​ຮັບ​ການຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 6 ຂອ​ງ​ສະ​ມາ​ຄົມ ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 19/12, ຢູ່​ນະ​ຄອນ​ຫຼວງ Praha. ທີ່​ພິ​ທີ, ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ສ.ເຊັກ​ໂກ ​ເຈືອງ​ແມ້ງ​ເຊີນ, ເນັ້ນ​ໜັກ​ວ່າ.

      “ສະ​ຖານ​ທູດ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງປາດ​ຖະ​ໜາ​ຢາກ​ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ໄວ​ໜຸ່ມ​ເຄື່ອນ​ໄຫວ, ຍ້ອນ​ເຂົາ​ເຈົ້າ​ແມ່ນ​ອະ​ນ​າ​ຄົດ​ຂອງ​ປະ​ຊາ​ຄົມ ແລະ ໃນ​ອະ​ນາ​ຄົດ​ຈະ​ສືບ​ທອດ​ການ​ເຄື່ອນ​ໄຫວ​ຂອງບັນ​ດາ​ອົງ​ການ​ຈັດ​ຕັ້ງໃນ​ປະ​ຊາ​ຄົມ. ນີ້​ກໍ​ແມ່ນ​ປັດ​ໃຈ​ເພື່ອ​ໃຫ​້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ສັງ​ຄົມ​ເຊັກ​ໂກ ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງກວ່າ, ຊ່ວຍ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກ​ສາ​ຫວຽດ​ນາມ ອ​ວ່າຍໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ​”.

ຂ່າວ/ບົດ​ອື່ນ