ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈີ​ມິນ ​ຕະ​ລຸມ​ບອນ ໃນ​ແນວ​ຮົມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນນັ້ນ, ປີນີ້ ຄະນະຈັດຕັ້ງລາຍການເດືອນຊາວໜຸ່ມ ໄດ້ຕົກລົງບໍ່ຈັດຕັ້ງພິທີອອກເຄື່ອນພົນແຕ່ໃຫ້ບັນດາຫົວໜ່ວຍ, ຄະນະຊາວໜຸ່ມເມືອງ ແລະ ບັນດາຄະນະຊາວໜຸ່ມຂັ້ນຮາກຖານຜັນຂະຫຍາຍບັນດາການເຄື່ອນໄຫວ ຢູ່ທ້ອງຖິ່ນໂດຍກົງ.
ຊາວ​ໜຸ່ມ​ນະ​ຄອນ​ໂຮ່​ຈີ​ມິນ ​ຕະ​ລຸມ​ບອນ ໃນ​ແນວ​ຮົມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ບັນດານັກສຶກສາ ມະຫາວິທະຍາໄລ ຊ່າຍງອນທຳຄວາມສະອາດຢູ່ຖະໜົນໃນຕອນເຊົ້າວັນທີ 28 ກຸມພາ (ພາບ: ຄະນະຊາວໜຸ່ມມະຫາວິທະຍາໄລ ຊ່າຍງອນ)

ວັນທີ 28 ກຸມພາ, ບັນດາຮາກຖານຊາວໜຸ່ມໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ພ້ອມກັນອອກເຄື່ອນທັບປະຕິບັດບັນດາການເຄື່ອນໄຫວທີ່ມີຄວາມໝາຍຂອງເດືອນຊາວໜຸ່ມ ປີ 2021 ດ້ວຍຫົວຂໍ້ວ່າ “ເອກອ້າງທະນົງໃຈຕໍ່ມູນເຊື້ອຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ”.

ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນນັ້ນ, ປີນີ້ ຄະນະຈັດຕັ້ງລາຍການເດືອນຊາວໜຸ່ມ ໄດ້ຕົກລົງບໍ່ຈັດຕັ້ງພິທີອອກເຄື່ອນພົນແຕ່ໃຫ້ບັນດາຫົວໜ່ວຍ, ຄະນະຊາວໜຸ່ມເມືອງ ແລະ ບັນດາຄະນະຊາວໜຸ່ມຂັ້ນຮາກຖານຜັນຂະຫຍາຍບັນດາການເຄື່ອນໄຫວ ຢູ່ທ້ອງຖິ່ນໂດຍກົງ.

ເວລາຜັນຂະຫຍາຍບັ້ນເຄື່ອນໄຫວເດືອນຊາວໜຸ່ມ 2021 ຂອງຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ດຳເນີນແຕ່ວັນທີ 28 ກຸມພາ 2021 ຫາ ວັນທີ 31 ມີນາ 2021 ດ້ວຍຈຸດສຸມແມ່ນສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໂຄສະນາ ກ່ຽວກັບການປົກປັກຮັກສາ ສິ່ງແວດລ້ອມ, ຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ຈິດໃຈເລີ່ມຕົ້ນທຸລະກິດ (Startup) ໃຫ້ແກ່ຊາວໜຸ່ມ ແລະ ປະຊາຄົມ, ໜູນຊ່ວຍຮູບແບບດຳເນີນທຸລະກິດການກະເສດ ຂອງ ຊາວໜຸ່ມເຂດຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ