ຊາວໜຸ່ມປະຈັນບານຜ່ານຜ່າຄວາມຫຍຸ້ງຍາກໃນສະພາບການໂລກພະຍາດ Covid-19

(VOVWORLD) -  ເດືອນຊາວໜຸ່ມປີ 2020 ຍັງຄົງດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ. ດ້ວຍຈິດໃຈປະຈັນບານ, ອາສາສະໝັກ ແລະ ປະດິດຄິດສ້າງຂອງຊາວໜຸ່ມ ມີຫລາຍກິດຈະກຳ, ພາກສ່ວນວຽກງານຕ່າງໆ ໄດ້ຮັບການປະຕິບັດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການແທດຈິງຂອງປະຊາຊົນທ້ອງຖິ່ນ.
 
ຊາວໜຸ່ມປະຈັນບານຜ່ານຜ່າຄວາມຫຍຸ້ງຍາກໃນສະພາບການໂລກພະຍາດ Covid-19 - ảnh 1ພາບປະກອບ / doanthanhnien.vn

ດ້ວຍຈິດໃຈ “ກູ້ຊ່ວຍໄພນ້ຳເຄັມຊຶມເຂົ້າກໍ່ຄືກູ້ຊ່ວຍເມື່ອເກີດອັກຄີໄພ”, ບັນດາຮາກຖານຊາວໜຸ່ມຂອງແຂວງ ເບ໊ນແຈ ໄດ້ຈັດຕັ້ງການເຄື່ອນໄຫວຂົນສົ່ງນ້ຳໃຊ້, ມອບນ້ຳດື່ມໃຫ້ພໍ່ແມ່ປະຊາຊົນຢູ່ບັນດາເຂດທີ່ພວມຂາດແຄນນ້ຳຈືດຢ່າງຮ້າຍແຮງ. ເນື່ອງໃນໂອກາດນີ້, ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມເມືອງ ເຈົາແທ່ງ ໄດ້ຈັດຕັ້ງການມອບນ້ຳດື່ມບໍລິສຸດ Aquagina ໃຫ້ຄອບຄົວທີ່ທຸກຍາກໃນເມືອງ.

ນັບແຕ່ເມື່ອເລີ່ມເຄື່ອນໄຫວເດືອນຊາວໜຸ່ມ, ບັນດາຮາກຖານຊາວໜຸ່ມຢູ່ແຂວງ ຕ່ຽນຢາງ ໄດ້ຮ່ວມມືກັນປະຕິບັດກິດຈະກຳຊາວໜຸ່ມດ້ວຍຫົວຂໍ້ວ່າ: “ນ້ຳສະອາດໃຫ້ແກ່ເຂດນ້ຳເຄັມຊຶມເຂົ້າ”. ຄະນະຊາວໜຸ່ມແຂວງ ຕ່ຽນຢາງ ໄດ້ມອບຖັງເກັບນ້ຳດ້ວຍປະລິມານ 1000 ລິດ ໃຫ້ຄະນະຊາວໜຸ່ມເມືອງ ກໍ່ກົງໄຕ ແລະ ຕິດຕັ້ງບ່ອນສະໜອງນ້ຳສະອາດຢູ່ທີ່ນີ້ 5 ຈຸດ.

ຕອບກັບ

ຂ່າວ/ບົດ​ອື່ນ