ຊາວໜຸ່ມຫວຽດນາມ - ກຳປູເຈຍຮ່ວມມືຄູນສ້າງ ນ້ຳໃຈມິດຕະພາບ

ຊາວໜຸ່ມຫວຽດນາມ - ກຳປູເຈຍຮ່ວມມືຄູນສ້າງ ນ້ຳໃຈມິດຕະພາບ  - ảnh 1
( ພາບປະກອບ )

(vovworld) - ວັນ​ທີ 24/8, ​ໃນ​ຂອບ​ເຂດ​ກອງ​ປະຊຸມ ”ການ​ພົວພັນ​ມິດຕະພາບ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳປູ​ເຈຍ” ຢູ່​ນະຄອນ ​ໂຮ່ຈີ​ມິນ​ນັ້ນ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ສະມາຄົມ​ຊາວ​ໜຸ່ມ​ກຳປູ​ເຈຍ ​ໄດ້​ຈັ​ດຕັ້ງ​ງານ​ໂອ້​ລົມ​ສົນ​ທະນາທີ່​ມີ​ຫົວ​ຂໍ້​ວ່າ: ”ຊາວ​ໜຸ່ມ​ຫວຽດນາມ - ກຳປູ​ເຈຍ​ຮ່ວມ​ມືຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ ​ເພື່ອ​ສັນຕິພາບ ການ​ຮ່ວມ​ມື ​ແລະ ພັດທະນາ”. ​ເຂົ້າ​ຮ່ວມການໂອ້​ລົມ​ສົນ​ທະນາ, ມີ​ຊາວ​ໜຸ່ມ​ທີ່​ດີ​ເດັ່ນ​ຫວຽດນາມ, ກຳປູ​ເຈຍ 500 ກວ່າ​ຄົນ​ ​ໄດ້​ແລກປ່ຽນ, ​ແບ່ງປັນ​ອາລົມ​ຈິດ​ອັນ​ດີງາມ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ຊາວ​ໜຸ່ມ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ​ໃນ​ອະນາຄົດ ກໍ່​ຄື​ໃນ​ປະຈຸ​ບັນ. ຄະນະ​ຊາວ​ໜຸ່ມ​ສອງ​ປະ​ເທດຫວຽດນາມ - ກຳປູ​ເຈຍຢືນຢັນ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ໂຄສະນາ, ສຶກສາ​ຊາວ​ໜຸ່ມ​ສອງ​ປະ​ເທດ​ກ່ຽວ​ກັບ​ມູນ​ເຊື້ອ​ການ​ຮ່ວມ​ມື​ຢ່າງຮອບດ້ານ, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດຫວຽດນາມ - ກຳປູ​ເຈຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ລະຫວ່າງ​ສອງ​ຝ່າຍ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບຸນ​ຫຼາຍ​ຢ່າງ​ລະຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ, ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຕາມ​ທິດ​ນຳ​ທີ່​ວ່າ ”ບ້ານ​ໄກ້​ເຮື​ອນຄຽງ​ທີ່​ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຮ່ວມ​ມື​ຢ່າງຮອບດ້ານ, ໝັ້ນຄົງ, ຍາວ​ນາມ” ​ເຊິ່ງການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ