ຊາວໜຸ່ມຫວຽດນາມຄວນຕໍ່ສູ້ກັບໄພປອມແປງແລະພະຍາດຜົນງານ

ຊາວໜຸ່ມຫວຽດນາມຄວນຕໍ່ສູ້ກັບໄພປອມແປງແລະພະຍາດຜົນງານ - ảnh 1
(​ການ​ພົບ​ປະ​ສົນທະນາ​ ປະກອບ​ຄວາມ​ເຫັນ​ໃສ່​ຮ່າງ
ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ)


(vovworld) - ​ ຊາວ​ໜຸ່ມ​ຫວຽດນາມ ​ຄວນ​ຕໍ່ສູ້​ຕ້ານໄພ​ປອມ​ແປງ ​ແລະ ພະຍາດຜົນງານ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທີ່​ການ​ພົບ​ປະ​ສົນທະນາ​, ປະກອບ​ຄວາມ​ເຫັນ​ໃສ່​ຮ່າງເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ດ້ວຍ​ຫົວ​ຂໍ້​ວ່າ: “​ເສີມ​ຂະ​ຫຍາຍ​ຄຸນຄ່າ​ວັດທະນະທຳ​ຫວຽດນາມ ​ແລະ ບຳລຸງ​ລ້ຽງ​ນຳ້​ໃຈ​ຮັກຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ປະ​ເທດ​ຊາດ, ຄວາມ​ມຸ້ງ​ຫວັງ​ອຸທິດ​ສ່ວນ​ຂອງ​ລຸ້ນໜຸ່ມ, ຕະລຸມ​ບ່ອນ​ນຳ​ໜ້າ​ໃນ​ການ​ກໍ່ສ້າງ​ປະ​ເທດ​ຊາດ“, ​ເຊິ່ງດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ​ໃນ​ວັນ​ທີ 25/10.

        ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ທ້ຽນ​ເຍິນ ຖື​ວ່າ: ການທ້າ​ທາຍ​ສຳລັບ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ແມ່ນ​ແຮງ​ທີ່​ສຸດ. ຍ້ອນ​ເຫດ​ນັ້ນ, ຊາວ​ໜຸ່ມ​ຕ້ອງ​ຍົກ​ສູງ​ຄວາມ​ຈົ່ງ​ຮັກ​ພັກດີ, ຕໍ່ສູ້​ຕ້ານຄວາມ​ປອມ​ແປງ​ໃນ​ການ​ພົວພັນ, ລາຍ​ງານ, ການ​ສໍ້​ລາດ​ບັງ​ຫຼວງ, ​ໄພ​ຫຍໍ້​ທໍ້, ພະຍາດ​ຜົນງານ, ພິ​ເສດ​ແມ່ນ​ຄວນ​ສຸມ​ໃສ່​ຕ້ານ​ໄພ​ປອມ​ແປງ ​ແລະ ພະຍາດ​ຜົນງານ​ໃນ​ສັງຄົມ.

        “ຊາວ​ໜຸ່ມ​ຄວນ​ຕັ້ງ​ຄຳ​ຖາມ​ວ່າ​ ປະຈຸ​ບັນ​ພວກ​ເຮົາ​ພວມ​ເອກອ້າງ​ທະ​ນົງ​ໃຈ​​ຕໍ່​ປະ​ເທດ​ຊາດ, ຕໍ່​ຄຸນຄ່າ, ຕໍ່​ຜົນງານຄື​ແນວ​ໃດ. ຊາວ​ໜຸ່ມ​ພວມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ປະ​ເທດ​ຊາດ​ຄື​ແນວ​ໃດ. ຈາກ​ນັ້ນ​​ຈະ​ຮູ້ສຶກມີ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ ​ແລະ ມີຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ການ​ພັດທະນາ​ຂອງປະ​ເທດ​ຊາດ. ທັງ​ສະ​ເໜີ​ຕໍ່​ປະ​ເທ​ດຊາດ​ມອບ​ໜ້າ​ທີ່​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດໃຫ້​ຊາວ​ໜຸ່ມ, ​ເພື່ອ​ໃຫ້​ຊາວ​ໜຸ່ມ​ກາຍ​ເປັນ​ເສົ້າ​ຄຳ້​ຂອງ​ປະ​ເທດ“.

       

ຂ່າວ/ບົດ​ອື່ນ