ຊາວໜຸ່ມຫວຽດນາມສືບຕໍ່ນຳໜ້າໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາປະເທດຊາດ

ຊາວໜຸ່ມຫວຽດນາມສືບຕໍ່ນຳໜ້າໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາປະເທດຊາດ - ảnh 1
(ພາບ​:
tuyengiao.vn)

(vovworld)-​ ​ຕອນ​ເຊົ້າວັນ​ທີ 24/3, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ວຽກ​ງານ​ຊາວ​ໜຸ່ມ, ຂະ​ບວນກາ​ນຊາວໜຸ່ມ-​ເຍົາວະ​ຊົນ​ໃນ​ປີຜ່ານມາ ​ແລະ ​ໃນ 3 ​ເດືອນ​ຕົ້ນປີ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ຝາກ​ຄຳ​ອວຍພອນ​ມາ​ຍັງ​ພະນັກງານ,  ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ທົ່ວ​ປະ​ເທດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ (26/3/1931-26/3/2013). ທ່ານ​ໄດ້​ຕີ​ລາ​ສູງ, ຍ້ອງຍໍ​ຊົມ​ເຊີຍ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ອົງການຊາວ​ໜຸ່ມຂັ້ນຕ່າງໆ, ທ່ານ​ເນັ້ນໜັກ​ວ່າ: ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ສູນ​ກາງ​ຊາວ​ໜຸ່ມ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ປະຕິບັດ​ວຽກ​ງານ​ໂຄສະນາ, ຂົນຂວາຍ​ຊາວ​ໜຸ່ມ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ລະບອບ, ສຶກສາ​ອົບຮົມ​ຄວາມ​ຮັບຜິດຊອບ​ຂອງຊາວ​ໜຸ່ມ​ຕໍ່​ປະ​ເທດ​ຊາດ, ສືບ​ຕໍ່​ຊຸກຍູ້​ບັນດາ​ຂະ​ບວນການ​ຂອງ​ຊາວ​ໜຸ່ມ, ຮັບປະກັນ​ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ນຳ​ໜ້າ​ຂອງ​ຊາວ​ໜຸ່ມ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່​ຮ່າງ​ສ້າງ​ຕົວ…

   ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ​ໄດ້​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ຕອນ​ເຊົ້າຂອງ​ວັນ​ທີ 24/3, ​ເລຂາ​ຊາວ​ໜູ່ມດີ​ເດັ່ນ​ທົ່ວປະ​ເທດ​ປີ 2013 ລວມ 82 ຄົນ​ໄດ້ຈັດ​ພິທີ​ລາຍ​ງານ​ຜົນງານ ​ແລະ ​ເຂົ້າຢ້ຽມຂ່ຳນັບ​ປະທານ​ໂຮ່ຈິ​ມິນ. ​ໃນ​ໂອກາດ​ນີ້, ​ເລຂາ​ຊາວ​ໜຸ່ມ​ດີ​ເດັ່ນ 82 ຄົນ​ຈະ​ພົບ​ປະ​ແລກປ່ຽນ​ກັບ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ລຸ້ນຕ່າງໆ, ພົບ​ປະ​ກັບ​ການ​ນຳ​ພັກ, ລັດ, ​ເຂົ້າຮ່ວມ​ພິທີ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ມອ​ບລາງວັນ 26/3…..

   “ວັນ​ບຸນຊາວ​ໜຸ່ມ​ກັບ​ວັດທະນະທຳ​ຄົມມະນາຄົມ“ ​ໂດຍສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ສົມທົບ​ກັບຄະນະ​ກຳມະການ​ຮັບປະກັນຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 24/3 ຢູ່​ແຂວງທາຍ​ງວຽນ. ທ່ານ​ລໍ່ກວາງ​ຕູ ຮອງ​ປະທານ​ສູນ​ກາງສະຫະພັນຊາວ​ໜຸ່ມ​ຫວຽດນາມ ​ເນັ້ນໜັກ​ວ່າ:

   “​ເສີມ​ຂະຫຍາຍ​ນ້ຳ​ໃຈ​ປະຈັນບານ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ໄວ​ໜຸ່ມ ​ແລະ ໝາກຜົນ​ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ປີ 2013, ພະນັກງານ​ອົງການ​ຊາວ​ໜຸ່ມ​, ສະ​ຫະພັນ​ຊາວ​ໜຸ່ມຂັ້ນຕ່າງໆ ກຳນົດ​ສືບ​ຕໍ່​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກ​ຊາວ​ໜຸ່ມ, ສະມາຊິກ​ສະຫະພັນ​ຊາວ​ໜຸ່ມ ​ໃນ​ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ ​ແລະ ​ແກ້​ໄຂ​ສະພາບ​ລົດ​ຕິດ, ຖື​ວ່າ​ນີ້​ແມ່ນ​ວຽກ​ງານ​ຈຸດ​ສຸມ​ໃນ​ວຽກ​ງານ​ສຶກສາ​ອົບຮົມ​ຂອງ​ຄະນະ​ຊາວ​ໜຸ່ມ ​ແລະ ບັນດາ​ອົງການ​ຈັດຕັ້ງຂອງ​ຊາວ​ໜຸ່ມ

 

 

 

 

 

 

 

ຂ່າວ/ບົດ​ອື່ນ