ຊາວໜຸ່ມຫວຽດນາມແລະລາວເພີ່ມທະວີການຮ່ວມມື

ຊາວໜຸ່ມຫວຽດນາມແລະລາວເພີ່ມທະວີການຮ່ວມມື - ảnh 1
ການເຈລະຈາລະຫວ່າງ 2 ຝ່າຍ

(vovworld) – ​ໂດຍ​ສືບ​ຕໍ່ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ລາວ​​ໃນ​ລະ​ຫວ່າງ​ວັນ​ທີ 1 – 3/7, ຕອນ​ບ່າຍ​ວັນ​ທີ 2/7, ຢູ່​ນະຄອນຫຼວງ ວຽງ​ຈັນ, ຄະນະ​ຜູ້​ແທນ​ສູນ​ກາງ​ຊາວ​ໜຸ່ມກອມ​ມູນິດ ​ໂຮ່ຈີ​ມິນ ​ໂດຍ​ທ່ານ ​ເລກ​ວກຟອງ, ​ເລຂາ​ຜູ້​ທີ​ໜຶ່ງ ​ເປັນ​ຫົວໜ້າ​ຄະນະ ​ໄດ້​​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສູນ​ກາງ​ຊາວ​ໜຸ່ມປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ​ເລຂາ​ຜູ້​ທີ່​ໜຶ່ງ ສອນ​ທະນຸ ທຳ​ມະ​ວົງ ນຳ​ໜ້າ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໃນ​ປີ 2017 ຈະ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​​ໃນ​ສັນຍາຮ່ວມ​ມື​ທີ່​ປະຕິບັດ​ບໍ່​ທັນ​ມີ​ປະສິດທິ​ຜົນ ຫຼື ບໍ່​ທັນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ພິ​ເສດ, ຈະ​ສົມທົບ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ລາວ. 2 ຝ່າຍ​ກໍ່​ສືບ​ຕໍ່​ສົມທົບ​ກັນ ​ແລະ ສະໜັບສະໜູນ​ກັນ​ຢູ່​ບັນດາ​ກົນ​ໄກ​ຮ່ວມ​ມື​ຊາວ​ໜຸ່ມ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. 2 ຝ່າຍ​ເຫັນດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ເຄື່ອນ​ໄຫວ​ລະຫວ່າງ​ບັນດາຄະນະ​ຊາວ​ໜຸ່ມ​ແຂວງຕ່າງໆ​ຂອງ 2 ປະ​ເທດ, ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ສະມາຄົມ​ວິ​ສາ​ຫະກິດ​ໜຸ່ມ, ສະມາຄົມ​ນັກ​ສຶກສາ ຫວຽດນາມ - ລາວ.

                                       


ຕອບກັບ

ຂ່າວ/ບົດ​ອື່ນ