ຊາອຸດິ ອາຣາເບຍ ເພີ່ມທະວີການປ້ອງກັນ ແລະ ຕ້ານໂລກລະບາດ ອີໂບລາ
![ຊາອຸດິ ອາຣາເບຍ ເພີ່ມທະວີການປ້ອງກັນ ແລະ ຕ້ານໂລກລະບາດ ອີໂບລາ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_09_21/ebola.jpg)
ພາລະກອນການແພດຂອງ ຊາອຸດິ ອາຣາເບຍ ໄດ້ມີໜ້າຢູ່ເດີນບິນເພື່ອກວດສຸຂະພາບສຳລັບຜູ້ໂດຍສານ
|
(vovworld)- ອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຊາອຸດິ ອາຣາເບຍ ຫາກໍປະກາດໂຄງການປ້ອງກັນ ແລະ ຕ້ານໂລກລະບາດ ອີໂບລາໃໝ່ ແນໃສ່ເພີ່ມທະວີຄວາມສາມາດຮັບມືກ່ອນທີ່ຈະດຳເນີນເທດສະການ Haj ໃນແຕ່ລະປີ, ຊຶ່ງຈະມີການເຂົ້າຮ່ວມຂອງຊາວມຸດສະລິມປະມານ 3 ລ້ານຄົນ, ໃນນັ້ນມີຫຼາຍຄົນມາຈາກເຂດເກີດໂລກລະບາດຢູ່ອາຟະລິກາ. ຢູ່ສະໜາມບິນສາກົນທີ່ Jeddah , ບັນດາພາລະກອນການແພດຂອງ ຊາອຸດິ ອາຣາເບຍ ໄດ້ມີໜ້າເພື່ອກວດສຸຂະພາບສຳລັບຜູ້ໂດຍສານທຸກໆຄົນ. ຜູ້ອຳນວຍການສູນສາທາລະນະສຸກຢູ່ເດີນບິນດັ່ງກ່າວ ໃຫ້ຮູ້ວ່າ: ໃນກໍລະນີກວດພົບເຫັນຜູ້ໂດຍສານມີອາການຕິດເຊື້ອໄວຣັດ ອີໂບລາ ນັ້ນ, ທິມງານປະຕິກິລີຍາໄວຈະພາຕົວຜູ້ໂດຍສານຄົນນັ້ນໄປໂຮງໝໍໃນທັນທີ່.