ຊີ​ເກມ 31: ສື່ມວນ​ຊົນ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ງານ​ມະ​ຫາ​ກຳ​ກິ​ລາ​ພາກ​ພື້ນ

(VOVWORLD) -  ພາຍຫຼັງແຂ່ງຂັນມາເປັນເວລາ 17 ວັນ, ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ໄດ້ສິ້ນສຸດລົງດ້ວຍພິທີອັດທີ່ງົດງາມ ແລະ ເຕັມໄປດ້ວຍສີສັນຫຼາຍຫຼາຍ ແລະ ເປັນໜ້າປະທັບໃຈ.
ຊີ​ເກມ 31: ສື່ມວນ​ຊົນ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ງານ​ມະ​ຫາ​ກຳ​ກິ​ລາ​ພາກ​ພື້ນ - ảnh 1

ປະເທດເຈົ້າພາບ ຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ສື່ມວນຊົນໃນພາກພື້ນ ຍ້ອນວຽກງານຈັດຕັ້ງ, ເຮັດໃຫ້ມີງານມະຫາກຳກິລາທີ່ປະສົບຜົນສຳເລັດຢ່າງຈົບງາມ. ເວັບໄຊ Inquirer Sports ໄດ້ລົງບົດຕອບສຳພາດຂອງທ່ານ Ramon Fernandez ຫົວໜ້າຄະນະນັກກິລາ ຟີລິບປິນ ດ້ວຍຄຳຍ້ອງຍໍຊົມເຊີຍຄວາມພະຍາຍາມຈັດຕັ້ງງານມະຫາກໍກິລາ ຊີເກມ ຂອງ ຫວຽດນາມ, ບໍ່ວ່າດ້ານພື້ນຖານໂຄງລ່າງ ແລະ ການຕ້ອນຮັບອັນອົບອຸ່ນຂອງປະເທດເຈົ້າພາບສະຫງວນໃຫ້ແກ່ຄະນະນະກິລາ ຟີລິບປິນ ແລະ ຖືວ່າ ຫວຽດນາມ “ໄດ້ຍົກລະດັບ ຊີເກມ” ຜ່ານວຽກງານການຈັດຕັ້ງ.

        ໜັງສືພິມ The Star ຂອງ ມາເລເຊຍ ກໍໄດ້ສະຫຼຸບວິວັດການເຂົ້າຮ່ວມ ຊີເກມ 31 ຂອງຄະນະນັກກິລາ ມາເລເຊຍ, ພ້ອມທັງຍ້ອງຍໍປະເທດເຈົ້າພາບ ຫວຽດນາມ ທີ່ຮັບປະກັນຄວາມປອດໄພໃຫ້ແກ່ນັກກິລາທີ່ເຂົ້າຮ່ວມ ຊີເກມ ຄັ້ງນີ້. ສິ່ງທີ່ສ້າງຄວາມປະທັບໃຈແກ່ສື່ມວນຊົນບັນດາປະເທດ ອາຊຽນ ເມື່ອໃຫ້ຂ່າວຢູ່ ຊີເກມ 31 ນັ້ນແມ່ນ ຄວາມຮັກກິລາຢ່າງສຸດຊຶ້ງ ຂອງ ປະຊາຊົນ ຫວຽດນາມ, ການຊົມການເຊຍຢ່າງສຸດໃຈຂອງປະຊາຊົນ ຫວຽດນາມ ທີ່ມີຕໍ່ຄະນະນັກກິລາຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ