ຊີ​ເກມ 31: ເພີ່ມ​ທະ​ວີ​​ນ້ຳ​ໃຈ​ສາ​ມັກຄີ, ມິ​ດ​ຕະ​ພາບ​ຜ່ານ​ກິ​ລາ

(VOVWORLD) -ຜ່ານຊີເກມ 31, ບັນດາປະເທດເພີ່ມທະວີ ນ້ຳໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນຕື່ມອີກ ແລະ ຍາມໃດກໍຮັດແໜ້ນການພົວພັນຮ່ວມມືພັດທະນາ, ຈາກກິລາແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມກ່ຽວກັບວັດທະນະທຳມະນຸດຂອງປະເທດຕ່າງໆ.
ຊີ​ເກມ 31: ເພີ່ມ​ທະ​ວີ​​ນ້ຳ​ໃຈ​ສາ​ມັກຄີ, ມິ​ດ​ຕະ​ພາບ​ຜ່ານ​ກິ​ລາ - ảnh 1ກອງປະຊຸມໃຫຍ່ສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN)

ກອງປະຊຸມໃຫຍ່ສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້ ໄດ້ດຳເນີນໃນຕອນເຊົ້າວັນທີ 12 ພຶດສະພາ ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ, ປະທານຄະນະກຳມະການ ໂອແລມປິກ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານມະຫາກໍາກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ເນັ້ນໜັກວ່າ: ຊີເກມ ບໍ່ພຽງແຕ່ເປັນເຫດການກິລາ, ແຕ່ສຳຄັນກວ່າແມ່ນຜ່ານເຫດການນັ້ນ ພວກເຮົາໄດ້ຮ່ຳຮຽນ, ສະສົມປະສົບການ, ຝຶກຝົນຫຼໍ່ຫຼອມຄວາມສາມາດ, ທາດແທ້ຂອງການແຂ່ງຂັນ ຈາກສະໜາມແຂ່ງຂັນເຫຼົ່ານີ້, ເພື່ອມຸ່ງໄປເຖິງງານມະຫາກຳກິລາ ອາຊີ ແລະ ໂອແລມປິກສາກົນ. ຜ່ານຊີເກມ 31, ບັນດາປະເທດເພີ່ມທະວີ ນ້ຳໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນຕື່ມອີກ ແລະ ຍາມໃດກໍຮັດແໜ້ນການພົວພັນຮ່ວມມືພັດທະນາ, ຈາກກິລາແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມກ່ຽວກັບວັດທະນະທຳມະນຸດຂອງປະເທດຕ່າງໆ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາ ທີ່ກ່ຽວຂ້ອງເຖິງການຍົກສູງບົດບາດຂອງແມ່ຍິງໃນກິລາ, ພິຈາລະນາ, ກວດກາລະດັບ doping… ຜູ້ຕາງໜ້າຄະນະຈັດຕັ້ງ ຊີເກມ 32 ຢູ່ ກຳປູເຈຍ ກໍລາຍງານກ່ຽວກັບວຽງການການກະກຽມໃຫ້ແກ່ງານ ຊີເກມ 32.


ຕອບກັບ

ຂ່າວ/ບົດ​ອື່ນ