ຊື່ແລະນາມສະກຸນຂອງຜູ້ຍິງປືນຢູ່ອາເມລິກາໄດ້ຮັບການກຳນົດ

ຊື່ແລະນາມສະກຸນຂອງຜູ້ຍິງປືນຢູ່ອາເມລິກາໄດ້ຮັບການກຳນົດ - ảnh 1
ຕົວ​ການ​ແມ່ນ Chris Harper Mercer ອາຍຸ 26
(ພາບ: doisongphapluat.com)

(vovworld) – ​ພາຍຫລັງ​ເກີດ​ເຫດການ​ຍິງປືນຢ່າງ​ນອງ​ເລືອດຢູ່​ມະຫາວິທະຍາ​ໄລປະຊາ​ຄົມ Umpqua, ນະຄອນ Roseburg, ລັດ Oregon ​ໃນຕອນ​ຄ່ຳ​ວັນ​ທີ 1/10 ພຽງ​ແຕ່ 2, 3 ຊົ່ວ​​ໂມງ, ຊື່ ​ແລະ ນາມສະກຸນ​ຂອງ​ຜູ້​ທີ່​ກໍ່​ໃຫ້​ເກີດ​ເຫດ​​ໃຊ້​ຄວາມ​ຮຸນ​ແຮງນີ້​ໄດ້​ຮັບການ​ກຳນົດ. ສື່​ມວນ​ຊົນ​ຂອງ ອາ​ເມ​ລິ​ກາ ​ໄດ້​ໃຫ້ຂ່າວ​ວ່າ ຕົວ​ການ​ແມ່ນ Chris Harper Mercer ອາຍຸ 26. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫຼາຍຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ​ຜູ້​ນີ້ ຍັງ​ບໍ່​ທັນ​ໄດ້ຮັບ​ການ​ເຮັດ​​ແຈ້ງ​ເທື່ອ. ບັນດາ​ນັກ​ສືບສວນ​ຂອງ​ປະ​ເທດ​ນີ້ ​ໄດ້​ສໍ້​ຖາມ​ຄອບ​ຄົວ ​ແລະ ໝູ່​ເພື່ອນ​ຂອງ Mercer, ພ້ອມ​ທັງ ຊອກ​ຫາ​ບັນດາ​ການ​ເຄື່ອນ​ໄຫວ​ຫວ່າງ​ແລ້ວນີ້ທາງ​ເຄືອ​ຂ່າຍສັງຄົມ​ຂອງ​ຜູ້​ນີ້ ​ເພື່ອ​ເຮັດ​​ແຈ້ງສາຍ​ເຫດ​ພາ​ໄປ​ເຖິງ​ການ​ກະທຳ​ດັ່ງກ່າວ. ຕາມ​ການ​ສັງ​ເກດ​ແລ້ວ, Mercer ບໍ່​ແມ່ນ​ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລປະຊາ​ຄົມ Umpqua. ຕາມ​ບັນດາເຈົ້າ​ໜ້າ​ທີ່​ແລ້ວ, ຢ່າງໜ້ອຍ​ທີ່​ສຸດ​ມີ 15 ຄົ​ນເສຍ​ຊີວິດ ​ແລະ 20 ຄ​ົນຮັບ​ບາດ​ເຈັບ​ໃນ​ເຫດການ​ດັ່ງກ່າວ. ​

ຂ່າວ/ບົດ​ອື່ນ