ຊູແອັດ ຈະດຳເນີນການໂອ້ລົມເຈລະຈາກັບ ຮຸງກາຣີ ກ່ຽວກັບເລື່ອງເຂົ້າເປັນສະມາຊິກ ນາໂຕ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຊູແອັດ ຖືວ່າ, ການໂອ້ລົມສົນທະນາລົງເລິກຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ.
ຊູແອັດ ຈະດຳເນີນການໂອ້ລົມເຈລະຈາກັບ ຮຸງກາຣີ ກ່ຽວກັບເລື່ອງເຂົ້າເປັນສະມາຊິກ ນາໂຕ - ảnh 1ທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson
(ພາບ: AFP/TTXVN)

ວັນທີ 25 ມັງກອນ, ລັດຖະບານ ຊູແອັດ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson, ໄດ້ສະເໜີພົບປະກັບຄູ່ຕຳແໜ່ງ ຮູງກາຣີ, ທ່ານ Viktor Orban, ຢູ່ ບຣຸກແຊນ, ປະເທດ ແບນຊິກ ໃນວັນທີ 01 ກຸມພາ ຈະມາເຖິງ, ດ້ວຍຄວາມຫວັງລົບລ້າງສິ່ງກີດຂວາງທີ່ຍັງເຫຼືອສຳລັບຄວາມມານະພະຍາຍາມຂອງ Stockholm ເຂົ້າເປັນສະມາຊິກ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ເຊິ່ງພວມຖືກໂຈະໄວ້. ທ່ານນາຍົກລັດຖະມົນຕີ ຊູແອັດ ຖືວ່າ, ການໂອ້ລົມສົນທະນາລົງເລິກຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ Viktor Orban ຢືນຢັນຄືນໃໝ່ການສະໜັບສະໜູນການຮັບ ຊູແອັດ ເຂົ້າເປັນສະມາຊິກຂອງ ນາໂຕ. ທ່ານເນັ້ນໜັກວ່າ, ຈະສືບຕໍ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ຮຸງກາຣີ ປ່ອນບັດຮັບຮອງເອົາເລື່ອງ ນາໂຕ ຮັບ ຊູແອັດ ເຂົ້າເປັນເປັນສະມາຊິກ ແລະ ໃຫ້ສັດຕະຍາບັນໃນເທື່ອທຳອິດຂອງການພິຈາລະນາ.

ຕອບກັບ

ຂ່າວ/ບົດ​ອື່ນ