ຊູແອດ ສື​ບ​ຕໍ່​ເລືອກ​ຕັ້ງ​ທ່ານ​ນາງ Magdalena Andersson ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ

(VOVWORLD) -ວັນທີ 29 ພະຈິກ, ເປັນຄັ້ງທີສອງ ໃນໄລຍະເວລາ ບໍ່ຮອດ 1 ອາທິດ, ສະພາແຫ່ງຊາດ ຊູແອດ  ໄດ້ປ່ອນບັດເລືອກຕັ້ງທ່ານນາງ Magdalena Andersson ໂດຍແມ່ນການນຳພັກປະຊາທິປະໄຕສັງຄົມ ພ້ອມທັງແມ່ນ ລັດຖະມົນຕີກະຊວງການເງິນຂອງປະເທດນີ້ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ.
ຊູແອດ ສື​ບ​ຕໍ່​ເລືອກ​ຕັ້ງ​ທ່ານ​ນາງ Magdalena Andersson  ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ảnh 1ທ່ານນາງ Magdalena Andersson (ພາບ: THX/TTXVN)

ເປັນອັນວ່າ, ທ່ານນາງ Magdalena Andersson ສືບຕໍ່ກາຍເປັນນາຍົກລັດຖະມົນຕີເພັດຍິງຄົນທຳອິດໃນປະຫວັດສາດຂອງ ຊູແອດ , ສືບທອດຕຳແໜ່ງນາຍົກລັດຖະມົນຕີ ພາຍຫຼັງທ່ານ Stefan Löfven ອະດີດນາຍົກລັດຖະມົນຕີ ຊູແອດ  ທີ່ຫາກໍ່ລາອອກຈາກຕຳແໜ່ງພາຍຫຼັງກຳອຳນາດມາເປັນເວລາ 7 ປີ. ທ່ານນາງມີໜ້າທີ່ສ້າງຕັ້ງລັດຖະບານສ່ວນໜ້ອຍຂອງ ພັກປະຊາທິປະໄຕສັງຄົມ. ທ່ານນາງ Stefan Löfven ໄດ້ໃຫ້ຄຳໝັ້ນສັນຍາວ່າ ຖ້າໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ຈະບຸລິມະສິດໃຫ້ແກ່ບັນດາບັນຫາຄື: ສະຫວັດດີການ, ດິນຟ້າອາກາດ, ຕ້ານອາດຊະຍາກຳ ແລະ ບັນຫາຊາວອົບພະຍົບເຂົ້າເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ