ຊູແອັດ ເຂົ້າເປັນສະມາຊິກ ນາໂຕ ຢ່າງເປັນທາງການ

(VOVWORLD) - ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ໄດ້ຍ້ອງຍໍເລື່ອງ ຊູແອັດ ເຂົ້າເປັນສະມາຊິກຂອງສຳພັນທະມິດ
ຊູແອັດ ເຂົ້າເປັນສະມາຊິກ ນາໂຕ ຢ່າງເປັນທາງການ - ảnh 1ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ແລະ ທ່ານນາຍົກລັດຖະມົນຕີປະເທດຊູແອັດ Ulf Kristersson
(ພາບ: Bloomberg)

        ວັນທີ 07 ມີນາ, ຊູແອັດ ໄດ້ເຂົ້າເປັນສະມາຊິກທີ 32 ຂອງ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີປະເທດນີ້ Ulf Kristersson ໄດ້ສົ່ງເອກະສານເຂົ້າເປັນສະມາຊິກໃຫ້ແກ່ລັດຖະບານ ອາເມລິກາ ທີ່ພິທີໜຶ່ງຢູ່ ວໍຊິງຕັນ ດີຊີ, ໃນວັນດຽວກັນ.

        ໃນປະຕິກິລິຍາທຳອິດ, ທ່ານນາຍົກລັດຖະມົນຕີ Kristersson ໄດ້ຍ້ອງຍສັງກາດໃໝ່ທີ່ມີລັກສະນະປະຫວັດສາດໃນນະໂຍບາຍຄວາມໝັ້ນຄົງຂອງ ຊູແອັດ. ກ່າວຄຳເຫັນຢູ່ ວໍຊິງຕັນ, ພາຍຫຼັງການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken, ທ່ານ Kristersson ເນັ້ນໜັກວ່າ: “ພວກຂ້າພະເຈົ້າຈະແບ່ງປັນການແບກຫາບທີ່ໜັກໜ່ວງ, ໜ້າທີ່ຄວາມຮັບຜິດຊອບ ແລະ ຄວາມສ່ຽງກັບບັນດາພັນທະມິດ.”

        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ໄດ້ຍ້ອງຍໍເລື່ອງ ຊູແອັດ ເຂົ້າເປັນສະມາຊິກຂອງສຳພັນທະມິດ, ຢືນຢັນວ່າ, ປະຈຸບັນ, ປະເທດ ເອີລົບເໜືອ ນີ້ໄດ້ຮັບການຮັບປະກັນດ້ານຄວາມໝັ້ນຄົງຢ່າງສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ