ຊູແອັດ ແລະ ແຟງລັງ ຈະເຂົ້າເປັນສະມາຊິກ NATO ໃນຕົ້ນປີ 2023

(VOVWORLD) -ແນ່ນອນວ່າ ຮຸງກາຣີ ຈະເຫັນດີເລື່ອງ ຊູແອັດ ແລະ ແຟງລັງ ເຂົ້າເປັນສະມາຊິກຂອງອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ໃນຕົ້ນປີ 2023.
ຊູແອັດ ແລະ ແຟງລັງ ຈະເຂົ້າເປັນສະມາຊິກ NATO ໃນຕົ້ນປີ 2023 - ảnh 1ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban
(ພາບ: EPA-EFE/ Leszek Szymansk)

        ວັນທີ 24 ພະຈິກ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດກຸ່ມ Visegarad (ລວມມີ: ໂປໂລຍ, ສ.ເຊັກໂກ, ສະໂລວາກີ ແລະ ຮຸງກາຣີ) ຢູ່ ສະໂລວາກີ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ຢືນຢັນວ່າ, ແນ່ນອນວ່າ ຮຸງກາຣີ ຈະເຫັນດີເລື່ອງ ຊູແອັດ ແລະ ແຟງລັງ ເຂົ້າເປັນສະມາຊິກຂອງອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ໃນຕົ້ນປີ 2023. ຕາມທ່ານ Orban ແລ້ວ, ສະພາແຫ່ງຊາດ ຮຸງກາຣີ ຈະຮັບຮອງເອົາບັນດາອະນຸສັນຍາຮັບເອົາ 2 ປະເທດດັ່ງກ່າວເຂົ້າເປັນສະມາຊິກ NATO ພາຍຫຼັງທີ່ລັດຖະບານ ຮຸງກາຣີ ໃຫ້ສັດຕະຍາບັນ, ພ້ອມກັນນັ້ນ ແມ່ນເນັ້ນໜັກເຖິງເລື່ອງ Budapest ເດັດດ່ຽວສະໜັບສະໜູນເລື່ອງເຂົ້າເປັນສະມາຊິກດັ່ງກ່າວ ແລະ “ຊູແອັດ ກັບ ແຟງລັງ ຈະບໍ່ໄດ້ລໍຖ້າ ຮຸງກາຣີ ແຕ່ຢ່າງໃດ”. ຊູແອັດ ແລະ ແຟງລັງ ພ້ອມກັນສົ່ງໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO ເມື່ອເດືອນ ພຶດສະພາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ