ຊູ​ແອັດ​ລົງ​ໂທດ​ເປົ້າ​ໝາຍ​ຈູດ​ຄຳ​ພີ Koran ປີ 2020

(VOVWORLD) - ການພິພາກສາ ໄດ້ດຳເນີນ ພາຍຫຼັງເຫດການຈູດຄຳພີ Koran ທີ່ຄ້າຍຄືກັນໄດ້ເກີດຂຶ້ນເປັນຈຳນວນຫຼາຍໃນປີ 2023 ເຊິ່ງສ້າງຄວາມແຄ້ນເຄືອງ ຢູ່ຫຼາຍປະເທດອິດສະລາມໃນທົ່ວໂລກ
ຊູ​ແອັດ​ລົງ​ໂທດ​ເປົ້າ​ໝາຍ​ຈູດ​ຄຳ​ພີ Koran ປີ 2020 - ảnh 1ພາບປະກອບ: TTXVN

ວັນທີ 12 ຕຸລາ, ສານຢູ່ພາກກາງຊູແອັດ ໄດ້ ລົງໂທດຜູ້ຊາຍຄົນໜຶ່ງທີ່ໄດ້ຈູດຄຳພີ Koran ປີ 2020. ນີ້ແມ່ນຄັ້ງທຳອິດລະບົບສານຂອງ ຊູແອັດ ໄດ້ພິຈາລະນີໂທດແຕະຕ້ອງປຶ້ມສັກສິດຂອງຊາວມຸດຊູແອັດ. ຕາມຄຳຕັດສິນຂອງສານ, ຈຳເລີຍ ທີ່ມີອາຍຸ 27 ປີ ນີ້ໄດ້ມີໂທດ “ຍຸແຍ່ການຕ້ານ ກຸ່ມເຊື້ອຊາດຜິວພັນ”.

ການພິພາກສາ ໄດ້ດຳເນີນ ພາຍຫຼັງເຫດການຈູດຄຳພີ Koran ທີ່ຄ້າຍຄືກັນໄດ້ເກີດຂຶ້ນເປັນຈຳນວນຫຼາຍໃນປີ 2023 ເຊິ່ງສ້າງຄວາມແຄ້ນເຄືອງ ຢູ່ຫຼາຍປະເທດອິດສະລາມໃນທົ່ວໂລກ. ເຫດການນີ້ກໍ່ ໄດ້ບັງຄັບໃຫ້ ອົງການສືບລາຊະການລັບປະເທດນີ້ ຕ້ອງຍົກສູງລະດັບກ່າວເຕືອນຄວາມສ່ຽງເກີດການ ບຸກໂຈມຕີ ກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ