ຊູແອັດ,ແດນມາກນຳໃຊ້ມາດຕະການກວດກາຢູ່ຊາຍແດນ

ຊູແອັດ,ແດນມາກນຳໃຊ້ມາດຕະການກວດກາຢູ່ຊາຍແດນ - ảnh 1
(ພາບ: bbc)

(vovworld) –​ ​​ ​​ວັນ​ທີ 04/01, ​​ແດນ​ມາກ ໄດ້​ຮັດ​ແໜ້ນ​ກາ​ນ​​ກວດ​ກາ​ຢູ່​ເຂ​ດ​ຊາຍ​ແດນ​ຕິດກັບ​ເຢຍ​ລະ​ມັນ ເພື່ອ​ຮັບ​ມື​ກັບ​ຊາວ​ອົບ​ພະ​ຍົບ. Copenhagen ໄດ້​​​ນຳໃຊ້​ບັນ​ດາ​ມາດ​ຕະ​ການ​ດັ່ງ​ກ່າວ​​ພາຍ​ຫຼ​ັງ​ ຊູ​ແອັດ ​ໄດ້​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​​ຄື​ດັ່ງ​ກ່າວພຽງ 2 – 3 ຊົ່ວ​ໂມງ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແດນ​ມາກ Lars Loekke Rasmusssen, ໃຫ້​ຮູ້​ວ່າ, ນັບ​ແຕ​່​ກາງ​ຄືນ​ວັນ​ທີ 04/01, ຕຳ​ຫຼວດ​ປະ​ເທດນີ້​ໄດ້​ສ້າງ​​ບັນ​ດາປ້ອ​ມ​ກ​ວ​ດ​ກາຄົ​ນ​ໄປ​ມາ​ຜ່່ານ​ຊາຍ​ແດນ​ກັບ​ເຢຍ​ລະ​ມັນ​. ເຖິງວ່າ​ແມ່ນມາດ​ຕະ​ການ​ຊົ່ວ​ຄາວກໍ່​ຕາມ ແຕ່​ບັນ​ດາ​ປ້ອງ​​ດັ່ງ່າວ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໝັ້​ນ​ຄົງພໍ​ສົມ​ຄວນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແດນ​ມາກ ກ​ໍ​ໃຫ້​ຮູ້​ວ່າ, ບັນ​ດາ​ມາດ​ຕະ​ການກວດ​ການີ້ບໍ່​ນຳ​ໃຊ້​ສຳ​ລັບ​ຊາວ​ເຊື້ອ​ຊາດ​ແດນ​ມາກ ແລະ ເຢ​ຍ​ລະ​ມັນ.

      ກ່ອນ​ໜາ້​ນັ້ນ​ໃນ​ວັນ​ດຽວ​ກັນ, ຊູ​ແ​ອັດ ກໍ່​ນ​ຳ​ໃຊ້​ບັນ​ດ​າ​ມາດ​ຕະ​ການກວດ​ກາ​ໃໝ່​ຢູ່​ເຂດ​ຊາຍ​ແດນ ສຳ​ລັບ​ຄົນ​ເຂົ້າ​ປະ​ເທດນີ້ ດ້ວຍ​ລົດ​ໄຟ, ລົດ​ເມ ແລະ ເຮືອ​ບັກ. ເຊິ່ງ​ຕາມນັ້ນ​ແລ້ວ, ບັນ​ດ​າ​ຜູ​້​ໂດຍ​ສານ​ຊູ​ແອດ ຕ້ອງ​ຍື​່​ນ​ໃບ​ຮັບ​ຮູ້​ຢູ່​ບັນ​ດາ​ລົດ​ໄຟ​ທີ່​ເລີ່ມ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ Copenhagen ເຂົ້າ​ຊູ​ແອັດ ຜ່ານ​ຂົວ ແລະ ທາງ​ໃຕ້​ດິນ.

ຂ່າວ/ບົດ​ອື່ນ