ຍົກການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ອາເມລິກາຂຶ້ນສູ່ລະດັບສູງໃໝ່

ຍົກການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ອາເມລິກາຂຶ້ນສູ່ລະດັບສູງໃໝ່ - ảnh 1
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ)

(vovworld) – ​ ວັນ​ທີ 11/9 ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ວິທະຍຸ​ກະຈາຍສຽງ ຫວຽດນາມ ກ່ຽວ​ກັບໝາກຜົນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 4 ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ທ່ານ ​ເຈີ່ນ​ວັນ​ຮັ່ງ ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຢືນຢັນ: ​ເລື່ອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ຢູ່ ນິວຢອກ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ. ​ເພາະວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ປະຕິບັດ​​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ປະທານ​ສະພາ​ແຫ່ງ​ຊາດບັນດາ​ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະຫະພັນ​ລັດຖະສະພາ​ສາກົນ​ຄັ້ງ​ທີ 132 ( IPU -132) ​ເຊິ່ງ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​​ໄລຍະ​ຕົ້ນ​ປີ ​ແລະ ຖື​ວ່າ: ຖະ​ແຫຼ​ງການ ຮ່າ​ໂນ້ຍ, ​ເອກະສານ​ລວມຂອງ IPU -132 ​ແມ່ນ​ສານ​ຂອງ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ສົ່ງ​ເຖິງ​ກອງ​ປະຊຸມ​ສຸດ​ຍອດ ສະຫະ​ປະຊາ​ຊາດ​ໃນ​ທ້າຍ​ເດືອ​ນ 9 ປີ​ນີ້ ​ເພື່ອ​ພ້ອມ​ກັບ ສະຫະ​ປະຊາ​ຊາດ​ໃນ​ການ​ສ້າງ ​ແລະ ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນຍົງ, ກະກຽມ​ບັນດາ​ມາດ​ຕະການ ປະຕິບັດ​ໜ້າ​ທີ່, ຄາດໝາຍ​ໃຫ້​ໄລຍະ​ພັດທະນາ​ຫລັງ​ປີ 2015.

ຂ່າວ/ບົດ​ອື່ນ