ຍົກລະດັບການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) - 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມສຳພັນເສດຖະກິດ; ຊຸກຍູ້ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່
ຍົກລະດັບການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ - ảnh 1ການນຳ 2 ທ່ານທີ່ພົບປະກັບສື່ມວນຊົນ
(ພາບ: TTXVN)

        ຕອນຄ່ຳວັນທີ 27 ພະຈິກ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ພາຍຫຼັງການເຈລະຈາບັນລຸຜົນສຳເລັດຢ່າງຈົບງາມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ພົບປະກັບສື່ມວນຊົນ, ແຈ້ງໝາກຜົນການເຈລະຈາ, ໃນນັ້ນ, ການນຳ 2 ທ່ານໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານປະເທດ ຫວໍວັນເຖືອງ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ຫາກໍ່ດຳເນີນການເຈລະຈາບັນລຸຜົນສຳເລັດ. ພິເສດ, ພວກຂ້າພະເຈົ້າໄດ້ພ້ອມກັນອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ. ນີ້ແມ່ນເຫດການສຳຄັນ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາຢ່າງແທດຈິງ, ຮອບດ້ານ, ມີປະສິດທິຜົນ, ຕິດພັນຢ່າງແໜ້ນແຟ້ນ, ຕອບສະໜອງຜົນປະໂຫຍດຂອງທັງ 2 ຝ່າຍ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ຖະແຫຼງການຮ່ວມ ແລະ ການເຈລະຈາລະຫວ່າງຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເປັນເອກະພາບທິດທາງໃຫຍ່, ຫຼັກແຫຼ່ງຂອງການພົວພັນມິດຕະພາບ, ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນໄລຍະຈະມາເຖິງ”.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ຂົງເຂດໃໝ່, ທ່ານປະທານປະເທດໃຫ້ຮູ້ວ່າ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມສຳພັນເສດຖະກິດ; ຊຸກຍູ້ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ນະວັດຕະກຳ, ຖ່າຍທອດເຕັກໂນໂລຊີ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ.

        ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ຊົມເຊີຍບັນດາບ້ວງເງິນກູ້ຢືມ ODA ຂອງ ຍີ່ປຸ່ນ ຈັດແບ່ງໃຫ້ແກ່ ຫວຽດນາມ ໃນປີ 2023 ອາດລື່ນລະດັບ 100 ຕື້ເຢນ. ທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຫຼາຍກວ່າໃນການຫັນລະບຽບການອອກວີຊາເປັນງ່າຍດ່າຍໃຫ້ແກ່ພົນລະເມືອງ ຫວຽດນາມ, ສືບຕໍ່ປັບປຸງສະພາບແວດລ້ອມການອອກແຮງງານ, ສ້າງເງື່ອນໄຂຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ