ຍົກລະດັບການພົວພັນຮ່ວມມືຫວຽດນາມ-ເຊັກໂກໃຫ້ຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ຕອນບ່າຍວັນທີ 9 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີ ສ. ເຊັກໂກ Andrej Babis ເພື່ອແນໃສ່ແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ປຶກສາຫາລືບັນດາມາດຕະການຮ່ວມມືໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ -19. 
ຍົກລະດັບການພົວພັນຮ່ວມມືຫວຽດນາມ-ເຊັກໂກໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 1ນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການເຈລະຈາທາງໂທລະສັບກັບ ນາຍົກລັດຖະມົນຕີ ສ. ເຊັກໂກ Andrej Babis 

    ທ່ານນາຍົກລັດຖະມົນຕີ ທັງສອງ ໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ເຊັກໂກ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ມີປະສິດທິຜົນກກ່ວາເກົ່າໃນໄລຍະທີ່ຈະມາເຖິງ.

    ນາຍົກລັດຖະມົນຕີທັງສອງໄດ້ເຫັນຍູ້ແຮງການຮ່ວມມືໃນບາງຂົງເຂດບຸລິມະສິດຄື ອຸກສາຫະກຳ ການຜະລິດລົດໂອໂຕ, ການຂົນສົ່ງ, ການສຶກສາ ແລະ ກໍ່ສ້າງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ພິເສດຜັນຂະຫຍາຍສາຍການບິນໂດຍກົງລະຫວ່າງຫວຽດນາມ-ເຊັກໂກເມືອ່ມີເງື່ອນໄຂ.

     ນາຍົກລັດຖະມົນຕີທັງສອງ ໄດ້ສະແດງຄວາມພໍໃຈຕໍ່ການສົມທົບຢ່າງແໜ້ນແຟ້ນ ມີປະສິດທິຜົນລະຫວ່າງ 2 ປະເທດ ໃນບັນດາເວທີປາໄສຫຼາຍຝ່າຍ, ເຫັນດີເພີ່ມທະວີການຮ່ວມມືໃນບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ. ທັງ 2 ຝ່າຍກໍໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາຮັບປະກັນຄວາມໝັ້ນຄົງ ປອດໄພ, ສິດເສລີໃນການເດີນເຮືອ ການບິນໃນພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982

ຕອບກັບ

ຂ່າວ/ບົດ​ອື່ນ