ຍົກ​ວົງ​ເງິນ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ຂຶ້ນເຖິງ 500 ລ້ານ USD ໃນ​ປີ 2025

(VOVWORLD) -   ຕອນເຊົ້າວັນທີ 30 ທັນວາ ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ ແລະ ກູບາ ທາງອອນລາຍ ໂດຍທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຟ້າມຮົ່ງຮ່າ ແລະ ທ່ານລັດຖະມົນຕີກະຊວງການຄ້າ ແລະ ລົງທຶນ ຕ່າງປະເທດ ກູບາ Rodrigo Malmierca Diaz ເປັນປະທານຮ່ວມ.
ຍົກ​ວົງ​ເງິນ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ຂຶ້ນເຖິງ 500 ລ້ານ USD ໃນ​ປີ 2025 - ảnh 1ກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ ແລະ ກູບາ ທາງອອນລາຍ

ປີ 2020 ເປັນປີທີ່ມີຄວາມໝາຍພິເສດ ເມື່ອ ຫວຽດນາມ ແລະ ກູບາ ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຢ່າງເປັນທາງການ - ເຊິ່ງເປັນຂີດໝາຍສຳຄັນໃນປະຫວັດສາດແຫ່ງການພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຟ້າມຮົ່ງຮ່າ ຢັ້ງຢືນວ່າ:

        “ໃນປີ 2020, ສາມາດເວົ້າໄດ້ວ່າ, ສອງຝ່າຍ ໄດ້ພະຍາຍາມຢ່າງສຸດຂີດ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ບັນລຸໄດ້ຫຼາຍໝາກຜົນຕັ້ງໜ້າໃນການຈັດຕັ້ງປະຕິບັດຄຳໝັ້ນສັນຍາໃນບົດບັນທຶກກອງປະຊຸມຄັ້ງທີ 37. ສອງຝ່າຍສືບຕໍ່ຮັກສາການປະຕິບັດບົດບັນທຶກທີ່ໄດ້ລົງນາມ ແລະ ຊອກຫາເນື້ອໃນໃໝ່ໃນການຮ່ວມມືໃນຂົງເຂດການເງິນ, ທະນາຄານ, ການຄ້າ, ການລົງທຶນ, ການກໍ່ສ້າງ, ຄົມມະນາຄົມຂົນສົ່ງ, ສັງຄົມ, ວັດທະນະທຳກິລາ, ການທ່ອງທ່ຽວ ແລະວິທະຍາສາດເຕັກໂນໂລຢີ”.

ປີ 2021, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງປະຕິບັດມາດຕະການຢ່າງລະອຽດ ເພື່ອປະຕິບັດສັນຍາການຄ້າ ຫວຽດນາມ - ກູບາ ໃຫ້ມີປະສິດທິຜົນ,ໃຫ້ບຸລິມະສິດຢ່າງສຸດຂີດ ເພື່ອຍົກສູງວົງເງິນການຄ້າສອງສົ້ນ, ສູ້ຊົນໃຫ້ບັນລຸໄດ້ລະດັບ 500 ລ້ານ USD ໃນປີ 2025.


ຕອບກັບ

ຂ່າວ/ບົດ​ອື່ນ